ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງ ຮຸ່ນທີ 15

ຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັນກາງ ຮຸ່ນທີ XV ປະຈຳສົກຮຽນ 2021-2022 ໄດ້ໄຂຂຶ້ນໃນວັນທີ 7 ມິຖຸນາ 2021 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.

ຊຸດຮຽນທິດສະດີຊັ້ນກາງຮຸ່ນທີ່ 15 ທັງໝົດ 60 ສະຫາຍ, ຍິງ 20 ສະຫາຍ ໃນນີ້ ມີບຸກຄະລາກອນມາຈາກຂົງເຂດການເມືອງ, ຂົງເຂດເສດຖະກິດ, ລັດວິສາຫະກິດ, ອົງການຈັດຕັ້ງມະຫາຊົນ, ຂົງເຂດຕຸລາການ, ຂົງເຂດ ປກສ-ປກຊ ແລະ ຂົງເຂດວັດທະນະທຳ-ສັງຄົມ.

ຊຸດຮຽນໃນຄັ້ງນີ້ ແມ່ນຈະໄດ້ດຳເນີນການຮຽນ-ການສອນ ໃນກຸ່ມວິຊາປັດຊະຍາມາກ-ເລນິນ, ເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ລັດທິສັງຄົມນິຍົມວິທະຍາສາດ, ບໍລິຫານສາດ, ກຸ່ມວິຊາກໍ່ສ້າງພັກ ແລະ ອື່ນໆ, ໂດຍຈະແບ່ງອອກເປັນ 3 ພາກຮຽນ ຄື: ພາກຮຽນທີ I ມີ 11 ວິຊາ, ພາກຮຽນ II ມີ 11 ວິຊາ ແລະ ພາກຮຽນທີ III ມີ 6 ວິຊາ, ລວມທັງໝົດ 28 ວິຊາ ແລະ 1 ບົດປ້ອງກັນຈົບຊັ້ນ, ລວມຊົ່ວໂມງຮຽນ 1.282 ຊົ່ວໂມງ, ເທົ່າກັບ 80 ໜ່ວຍກິດ ແລະ ຈະໄດ້ດຳເນີນການຮຽນ-ການສອນ ໃນໄລຍະ 15 ເດືອນ ຈຶ່ງສຳເລັດ.

About admins14