ກອງປະຊຸມສະຫຼຸບວຽກງານປະຈໍາ 03 ເດືອນ ຂອງຮາກຖານພັກຫ້ອງຕໍາຫຼວດ

ຕອນເຊົ້າ ວັນທີ 17 ມິຖຸນາ 2021 ຮາກຖານພັກຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານປະຈໍາ 03 ເດືອນ ແລະ ທິດທາງແຜນການ 03 ເດືອນຕໍ່ໜ້າຂອງຮາກຖານພັກຫ້ອງຕໍາຫຼວດ ໂດຍການເປັນປະທານ ຂອງສະຫາຍ ພັທ ອານົງ ພະບາດໄຊ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງຕໍາຫຼວດ, ມີຄະນະພັກຮາກຖານ ຄະນະໜ່ວຍພັກ ແລະ ສະມາຊິກພັກສໍາຮອງ-ສົມບູນ ເຂົ້າຮ່ວມ.

ສະຫາຍ ພັທ ສັງວານ ໂພສະຫວ່າງ ເລຂາໜ່ວຍພັກພະແນກຫ້ອງການບໍລິຫານ ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວຊີ້ນໍາ-ນໍາພາ ປະຈໍາ 03 ເດືອນຜ່ານມາ ແລະ ທິດທາງ 03 ເດືອນຕໍ່ໜ້າ, ເຊີ່ງຄະນະພັກໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດໃຫ້ ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ ຈື່ງເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດ ອຸນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເອົາໃຈໃສ່ຊີ້ນໍາ-ນໍາພາ ພະນັກງານພາຍໃນຄວາມຮັບຜິດຊອບຂອງຕົນ ເຄື່ອນໄຫວວຽກງານວິຊາສະເພາະ ໃນການຕິດຕາມກວດກາພະນັກງານ-ນັກຮົບ ໃຫ້ປະຕິບັດຕາມພື້ນຖານຫຼັກການຂອງກົດໝາຍ.

ໄລຍະ 03 ເດືອນຜ່ານມາ ສາມາດເຄື່ອນໄຫວປະຕິບັດວຽກງານວິຊາສະເພາະສໍາເລັດຜົນຕາມພາລະບົດບາດສະເເດງອອກ ດັ່ງນີ້: ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ມີຄະດີເກີດຂຶ້ນທັງໝົດ 45 ເລື່ອງ ຜູ້ຖືກຫາ 68 ຄົນ, ຍິງ 05 ຄົນ, ຄົນຕ່າງປະເທດ 01 ຄົນ (ຄົນໄທ), ຂອງກາງຢາບ້າ 99,525 ເມັດ, ເຮໂລອິນ 600 ແທ່ງ ນໍ້າໜັກ 231 ກິໂລກຮາມ, ຢາໄອສ 02 ຫຼອດນ້ອຍ, ຄັນຊາ 329 ກິໂລກຮາມ, ແກ່ນຄັນຊາ 08 ກິໂລກຮາມ, ລົດໃຫຍ່ 04 ຄັນ, ລົດຈັກ 04 ຄັນ, ສົ່ງສໍານວນຄະດີໃຫ້ອົງການໄອຍາການ 06 ເລື່ອງ.

ວຽກງານຈາລະຈອນ ມີອຸປະຕິເຫດເກີດຂຶ້ນທັງໝົດ 137 ເລື່ອງ, ພາຫະນະເປເພທັງໝົດ 241 ຄັນ, ຄົນໄດ້ຮັບເຄາະຮ້າຍທັງໝົດ 215 ຄົນ, ເສຍຊີວິດ 17 ຄົນ, ຕິດປ້າຍລົດໄດ້ທັງໝົດ 549 ຄັນ.

ວຽກງານສືບຂ່າວອາຍາ ມີເຫດການເກີດຂຶ້ນ 08 ເຫດການ ຄ້າຂາຍຢາເສບຕິດ 05 ເຫດການ, ຄົນເສຍຊີວິດ 03 ເຫດການ, ລາຍງານສະພາບໃຫ້ກົມໄດ້ 60 ຄັ້ງ , ສົມທົບກັບພະແນກ 303 ມ້າງຄະດີໄດ້ 02 ຄັ້ງ, ຕິດຕາມເປົ້າໝາຍຄາດຕະກໍາ 05 ຄັ້ງ.

ວຽກງານເສດຖະກິດ ແກ້ໄຂຄໍາຮ້ອງຟ້ອງໄດ້ 26 ເລື່ອງ, ແກ້ໄຂຄະດີ 05 ເລື່ອງ, ປະຕິບັດຕາມບົດບັນທຶກ 15 ເລື່ອງ, ຄົ້ນຄ້ວາຄໍາຮ້ອງຟ້ອງໄດ້ 25 ເລື່ອງ.

ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ມີອັກຄີໄຟເກີດຂຶ້ນ 05 ຄັ້ງ ຜົນເສຍຫາຍ 224,000,000 ກີບ (ສອງຮອຍຊາວສີ່ລ້ານກີບ), ຂຶ້ນສອນວຽກງານສະກັດກັ້ນ-ຕ້ານອັກຄີໄຟໄດ້ 03 ຄັ້ງ.

ວຽກງານຕ້ານການຄ້າມະນຸດ ຄະດີເກີດຂຶ້ນ 02 ເລື່ອງ, ມີຜູ້ຖືກຫາ 02 ຄົນ, ຄະດີຂົ່ມຂືນທໍາສໍາເລົາເດັກ 02 ເລື່ອງ, ລົງເກັບກໍາຂໍ້ມູນທໍາອານາຈານ 01 ຄັ້ງ, ວຽກງານກວດກາ ແລະ ຄວບຄຸມຢາເສັບຕິດ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສັບຕິດໄດ້ 03 ຕົວເມືອງ (03ໂຮງຮຽນ) ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 2148 ຄົນ, ຍິງ 840 ຄົນ, ໄປຟັງຄໍາຕັດສິນ 05 ຄັ້ງ, ສຶກສາອົບຮົມຜູ້ເຂົ້າບໍາບັດໄດ້ 09 ຄັັ້ງ, ຮັບຜູ້ບໍາບັດໃໝ່ 20 ຄົນ, ສຶກສາອົບຮົມປ່ອຍຕົວ 01 ຄົນ.

ວຽກງານສືບສວນ-ສອບສວນ ຄະດີກໍາລັງດໍາເນີນ 08 ເລື່ອງ, ສົງອາຍະການ 05 ເລື່ອງ ເອົາຜູ້ຖືກຫາໄປຟັງຄໍາຕັດສິນໄດ້ 15 ຄັ້ງ.

ນອກນັ້ນ ຍັງໄດ້ຖືເອົາວຽກງານກວດກາ ເປັນວຽກງານໜື່ງທີ່ສໍາຄັນ ແນ່ໃສ່ຮັບປະກັນການຊີ້ນໍາ-ນໍາພາ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ບົນພື້ນຖານຄວາມຍຸຕິທໍາ.

About admin11