ເມືອງປາກຊັນ ເຂັ້ມງວດໃນການນຳໃຊ້ເຮືອຫາປາ ຕາມລຳນ້ຳຂອງ

ເພື່ອເຮັດໃຫ້ການນຳໃຊ້ເຮືອຫາປາ ຈຳນວນ 14 ບ້ານ ຕາມລຳແມ່ນ້ຳຂອງ ໃຫ້ໄດ້ຮັບຜົນດີ, ຖືກຕ້ອງຕາມມາດຕະການຜ່ອນຜັນ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19, ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ສຸມໃສ່ຕິດຕາມກວດກາວຽກງານດັ່ງກ່າວຢ່າງເຂັ້ມງວດ, ທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ ຫົວໜ້າຄະນະສະເພາະກິດຂັ້ນເມືອງ ໄດ້ໃຫ້ສຳພາດຜ່ານສື່ມວນຊົນ ໃນວັນທີ 8 ມິຖຸນາ 2021 ຢູ່ຫ້ອງວ່າການເມືອງປາກຊັນ.

ໃນໄລຍະຜ່ານມາ ຄະນະສະເພາະກິດຂັ້ນເມືອງ ໄດ້ລົງເຄື່ອນໄຫວແນະນຳໃນການທ້ອນໂຮມ, ຂຶ້ນສະຖິຕິເຮືອພາຍໃນເມືອງ ແລະ ແບ່ງເປັນເຂດໃນການຕິດຕາມຄຸ້ມຄອງ, ໃນນັ້ນ ເຂດເທດສະບານ 1 ມີ 2 ບ້ານ, ມີຈຸດທ້ອນໂຮມເຮືອ 7 ຈຸດ, ຈຳນວນເຮືອ 143 ລຳ, ເຂດເທດສະບານ 2 ແລະ ກ້ວຍອຸດົມ ມີ 6 ບ້ານ, ມີຈຸດທ້ອນໂຮມເຮືອ 9 ຈຸດ, ເຮືອ 217 ລຳ ແລະ ເຂດໂພນໄຊໃຕ້ມີ 6 ບ້ານ, ມີຈຸດທ້ອນໂຮມເຮືອ 9 ຈຸດ, ມີເຮືອ 341 ລຳ, ລວມສາມເຂດປະກອບມີ 14 ບ້ານ 25 ຈຸດ, ມີເຮືອທັງໝົດ 701 ລຳ. ພ້ອມດຽວກັນຍັງໄດ້ນຳອົາຄຳສັ່ງ, ແຈ້ງການ ແລະ ນິຕິກຳຕ່າງໆຂອງທາງການກ່ຽວກັບຫານເຝົ້າລະວັງ, ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ລົງໄປຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ ຢູ່ຂັ້ນຮາກຖານຢ່າງທົ່ວເຖິງ.

ສຳລັບມາດຕະການຜ່ອນຜັນ ກ່ຽວກັບການຄຸ້ມຄອງເຮືອຫາປາຕາມລຳແມ່ນ້ຳຂອງ ໄດ້ອະນຸຍາດໃຫ້ຊາວປະມົງ 14 ບ້ານ ສາມາດນຳໃຊ້ເຮືອຈັກ, ເຮືອພາຍ ໄດ້ ເພື່ອນຳໃຊ້ໃນການຫາປາ ແລະ ໄປທຳການຜະລິດ ແຕ່ 6 ໂມງເຊົ້າ ຫາ 6 ໂມງແລງ ແລະ ໃຫ້ເຕົ້າໂຮມເຮືອໄວ້ຈຸດເກົ່າ ໂດຍໄດ້ມອບໃຫ້ຊາວປະມົງແຕ່ລະບ້ານ ເປັນເຈົ້າການກຳນົດມາດຕະການຄວບຄຸມ, ການນຳໃຊ້ເຮືອໃນແຕ່ລະວັນ, ແບ່ງເປັນຈຸດ, ເປັນໜ່ວຍ, ຈັດຕາມຄີວຕາມຜຽນ, ມອບໃຫ້ອຳນາດການປົກຄອງແຕ່ລະບ້ານ ແຕ່ງຕັ້ງຄະນະຮັບຜິດຊອບເຮືອ ເພື່ອຄຸ້ມຄອງໃນແຕ່ລະຈຸດ, ຜັດປ່ຽນກັນຮັບຜິດຊອບຕິດຕາມ, ຈົດບັນທຶກເຮືອອອກ-ເຮືອເຂົ້າ ຕາມໂມງເວລາ ແລະ ມອບໃຫ້ໜ່ວຍກໍ່ສ້າງຮາກຖານ ປະຈຳຢູ່ແຕ່ລະເຂດ, ແຕ່ລະບ້ານ ລົງຕິດຕາມກວດກາຢ່າງເປັນປະຈຳ.

ເພື່ອເຮັດໃຫ້ການນຳໃຊ້ເຮືອໃນຈຳນວນ 14 ບ້ານ ຕາມລຳແມ່ນ້ຳຂອງ ໃຫ້ໄດ້ຮັບຜົນດີ, ຖືກຕ້ອງຕາມມາດຕະການຜ່ອນຜັນ ຄະນະສະເພາະກິດຂັ້ນເມືອງ ໄດ້ນຳໃຊ້ມາດຕະການ ແລະ ລະບຽບການຈຳນວນໜຶ່ງ ເປັນຕົ້ນແມ່ນ ຖ້າບຸກຄົນໃດບຸກຄົນໜຶ່ງ ນຳໃຊ້ເຮືອໄປໃນທາງບໍ່ຖືກຕ້ອງ ເຊັ່ນ: ຂົນສົ່ງສິນຄ້າຜິດກົດໝາຍ, ລັກເອົາຄົນຂ້າມເຂົ້າ-ອອກ ແມ່ນຈະໄດ້ໂຈະຈຸດການນຳໃຊ້ເຮືອທັງໝົດພາຍໃນບ້ານ, ຕໍ່ກັບບຸກຄົນຜູ້ກະທຳຜິດ ກໍ່ຈະຖືກສືບສວນ-ສອບສວນ ແລະ ຖືກໂທດຕາມລະບຽບກົດໝາຍ.

About admins14