ບໍລິຄຳໄຊ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຫລັກແຫລ່ງນຳພາ

ພິທີປະກາດຍົກຍ້າຍພະນັກງານ-ແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງແຂວງ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມແຂວງ ໄດ້ຈັດຂຶ້ນໃນວັນທີ 15 ມິຖຸນາ 2021 ຢູ່ຫ້ອງປະຊຸມໃຫຍ່ຂອງແຂວງ, ເຂົ້າຮ່ວມໂດຍ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ ມີຄະນະພະແນກທີ່ກ່ຽວຂ້ອງ, ພະນັກງານລັດຖະກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 427/ຂບຊ, ລົງວັນທີ 11 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ແຕງທອງ ພັນປະດິດ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 433/ຂບຊ, ລົງວັນທີ 11 ມິຖຸນາ 2021 ວ່າດ້ວຍການຍົກຍ້າຍ ທ່ານ ພັນລອນ ແກ້ວວິເສດ ຮອງຫົວໜ້າຫ້ອງວ່າການແຂວງ ໄປປະຈຳການຮັບໜ້າທີ່ໃໝ່ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 434/ຂບຊ, ລົງວັນທີ 11 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ພັນລອນ ແກ້ວວິເສດ ເປັນຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ.

ເພື່ອເຮັດໃຫ້ພິທີມີຄວາມໝາຍຄວາມສໍາຄັນຢ່າງໜັ້ກແໜ້ນ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ທ່ານ ບຸນສົງ ເພັດຈະເລີນ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ການແຕ່ງຕັ້ງ, ຍົກຍ້າຍພະນັກງານຊີ້ນຳ-ນຳພາ ແມ່ນວຽກງານປົກກະຕິ ທັງນີ້ ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ປັບປຸງໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະໃນໄລຍະໃໝ່, ແນໃສ່ເຮັດໃຫ້ວຽກງານໄດ້ມີການຂະຫຍາຍຕົວຕາມຂັ້ນເທິງວາງອອກ

ພ້ອມດຽວກັນ ທ່ານຍັງໄດ້ຮຽກຮ້ອງໃຫ້ພະແນກການ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ກຳແໜ້ນແນວທາງ, ກຳໄດ້ລະບຽບກົດໝາຍ ສ້າງການຫັນປ່ຽນໃໝ່ ແລະ ມີຄວາມສະດຸ້ງໄວ, ຍົກສູງຄວາມຮູ້ຄວາມສາມາດ, ແບບແຜນວິທີເຮັດວຽກ, ມີຄວາມສາມັກຄີເປັນໝູ່ຄະນະ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເຮັດລ້ອນໜ້າທີ່ທີ່ໄດ້ຮັບມອບໝາຍ ຢ່າງຖືກຕ້ອງ, ວ່ອງໄວທັນເວລາ ແລະ ໄດ້ຮັບປະສິດທິຜົນສູງສຸດ.

About admins14