ປະຊາຊົນ 3 ບ້ານ ເມືອງບໍລິຄັນ ຮ່ວມແຮງຮ່ວມໃຈກໍ່ສ້າງທາງເບຕົ່ງ ຢູ່ເທດສະບານເມືອງບໍລິຄັນ

ໃນວັນທີ 4 ມິຖຸນາ 2021 ຢູ່ທີ່ເດີ່ນຫ້ອງການ ບ້ານນາແຫນ ໄດ້ເປີດພິທີການກໍ່ສ້າງທາງເບຕົ່ງ ລຽບຕາມແຄມນ້ຳຊັນ ຂື້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມ ຂອງທ່ານ ທອງໃບ ທອງໃສ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງບໍລິຄັນ, ມີບັນດາການນໍາຂອງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ, ແຂກຖືກເຊີນ ພ້ອມດ້ວຍ ພໍ່-ແມ່ ປະຊາຊົນ ບັນດາເຜົ່າ ເຂົ້າຮ່ວມ.

ທ່ານ ສົມພອນ ລໍວັນໄຊ ນາຍບ້ານໂພນມຸງຄູນ ຕາງໜ້າງໃຫ້ 3 ບ້ານ ໄດ້ລາຍງານສະພາບການກະກຽມການຈັດຕັ້ງປະຕິບັດ ການກໍ່ສ້າງເສັ້ນທາງເບຕົ່ງ ລຽບແຄມນ້ຳຊັນ ແມ່ນເລີ່ມແຕ່ສົ້ນຂົວນ້ຳຊັນ ຫາ 3 ແຍກ ຕີນພູງູ ເຊິ່ງມີຄວາມຍາວ 1.600 ແມັດ, ກ້ວາງ 6 ແມັດ, ໜາ 15 ຊັງຕີແມັດ, ໂດຍເປັນການມອບໝາຍໃຫ້ທັງ 3 ບ້ານ: ບ້ານນາແຫນ 390 ແມັດ, ບ້ານ ວັດທາດ 290 ແມັດ ແລະ ບ້ານໂພນມຸງຄຸນ 920 ແມັດ ໃນມູນຄ່າການກໍ່ສ້າງທັງໝົດ 337.720.000 ກີບ, ເປັນທືນສົມທົບຈາກພໍ່ແມ່ປະຊາຊົນ ແລະ ນັກທຸລະກິດພາຍໃນບ້ານຂອງຕົນ ໂດຍນຳໃຊ້ແຮງງານຂອງພໍ່ແມ່ປະຊາຊົນ ເປັນຕົ້ນຕໍ.

About admins16