ໜ່ວຍພັກຮາກຖານໂຮງຮຽນການເມືອງ-ການປົກຄອງແຂວງ ດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳ 6 ເດືອນ ຂອງໜ່ວຍພັກຮາກຖານໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍ ສະຫາຍ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ເລຂາໜ່ວຍພັກຮາກຖານໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ມະຫາຊົນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການເຜີຍແຜ່ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍມີຫຼາຍເນື້ອໃນທີ່ສຳຄັນ ເປັນຕົ້ນແມ່ນການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຜົນຢ່າງເຂັ້ມງວດ, ປະສານສົມທົບຢ່າງກົມກຽວລະຫວ່າງການນຳພາຂອງພັກກັບການເສີມຂະຫຍາຍບົດບາດ, ໜ້າທີ່, ສິດ, ການຄຸ້ມຄອງຂອງອົງການປົກຄອງ, ຍຶດໝັ້ນ ແລະ ເສີມຂະຫຍາຍແບບວິທີນຳພາ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ແບບແຜນນຳພາຕິດແທດຮາກຖານ, ເປັນເຈົ້າການຕ້ານພະຍາດອາຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ ແລະ ເຮັດວຽກແບບຜິວເຜີນ, ການນຳພາປະຕິບັດໜ້າທີ່ການເມືອງ, ນຳພາແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອສ້າງບ້ານໃຫ້ກາຍເປັນບ້ານພັດທະນາ, ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ, ຄອບຄົວທຸກຍາກໄດ້ຮັບການແກ້ໄຂ.

ກອງປະຊຸມ ຍັງໄດ້ເຜີຍແຜ່ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄຳສັ່ງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ບັນດຳເນີນຊີວິດການເມືອງຄັ້ງນີ້ ຈະໄດ້ດຳເນີນແຕ່ວັນທີ 14-17 ມິຖຸນາ ເປັນເວລາ 4 ວັນເຕັມຈຶ່ງຈະສໍາເລັດ ໂດຍຈະມີການທາບທາມຄໍາເຫັນສົ່ງຂ່າວຕີລາຄາຈັດປະເພດການຈັດຕັ້ງຮາກຖານພັກ, ສະມາຊິກພັກ ແລະ ມະຫາຊົນ, ຮັບຟັງ-ປະກອບຄຳເຫັນໃສ່ບົດສະຫຼຸບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ມີການສຳຫຼວດພາຍໃນໜ່ວຍ, ຜ່ານບົດສຳຫຼວດແຕ່ລະສະຫາຍ ແລະ ຮັບຟັງການຜ່ານຮ່າງມະຕິກອງປະຊຸມ ເພຶ່ອສັງລວມດ້ານດີ ແລະ ບາງຂໍ້ຄົງຄ້າງ.

About admins14