ປີ 2020 SME ສາມາດເຂົ້າເຖິງແຫຼ່ງທຶນ ມູນຄ່າ 5 ຕື້ກວ່າກີບ

ກອງປະຊຸມປຶກສາຫາລືການເຂົ້າເຖິງແຫຼ່ງທຶນຂອງກອງທຶນສົ່ງເສີມ SME ປະຈໍາປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2021 ຢູ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ຜູ້ປະກອບການທຸລະກິດພາຍໃນແຂວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ການເຄື່ອນໄຫວວຽກງານຂອງກອງທືນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນໄລຍະ ປີ 2020 ຜ່ານມາ ໄດ້ສະໜອງທືນ ໃຫ້ທະນາຄານປະຈຳແຂວງບໍລິຄຳໄຊ ຈຳນວນ 2 ບ້ວງ ຄື: ບ້ວງ 32 ຕື້ກີບ ໃຫ້ທະນາຄານພັດທະນາລາວ ເພື່ອປ່ອຍສີນເຊື້ອໃຫ້ SME ໃນອັດຕາດອກເບ້ຍ 5,5 % – 7% ຕໍ່ປີ ຕາມເງື່ອນໄຂຂອງ SME ແລະ ບ້ວງ 200 ຕື້ກີບ ໃຫ້ທະນາຄານລາວ-ຫວຽດ ແລະ ທະນາຄານພັດທະນາລາວ ເພື່ອປ່ອຍສີນເຊື້ອໃຫ້ SME ໃນອັດຕາດອກເບ້ຍ 3% ຕໍ່ປີ, ຊື່ງທະນາຄານດັ່ງກ່າວໄດ້ປ່ອຍແລ້ວໃນໄລຍະ ປີ 2020 ຜ່ານມາ ລວມເປັນເງີນທືນທັງ 2 ບ້ວງ ໄດ້ທັງໝົດ 5,1 ຕື້ກີບ ສາມາດອະນຸມັດສີນເຊື້ອໄດ້ທັງໝົດ 6 ຫົວໜ່ວຍ 9 ສັນຍາ ໃນນັ້ນ ທະນາຄານພັດທະນາລາວ ສາມາດອະນຸມັດສິນເຊື່ອບ້ວງ 32 ຕື້ກີບ ໃຫ້ SME ໄດ້ທັງໝົດ 1 ຫົວໜ່ວຍ, 1 ສັນຍາ ເປັນທືນຄົງທີ່ ລວມມູນຄ່າ 650 ລ້ານກີບ, ຫົວໜ່ວຍທຸລະກິດທີ່ໄດ້ແມ່ນ ໂຮງງານນໍ້າດື່ມກາຮວງເຂົ້າສ່ວນບຸກຄົນ ທີ່ນອນໃນຂະແໜງອຸດສາຫະກຳ ເປັນວິສາຫະກິດຂະໜາດນ້ອຍ ແລະ ບ້ວງ 200 ຕື້ກີບ ໃຫ້ SME ໄດ້ທັງໝົດ 1 ຫົວໜ່ວຍ, 1 ສັນຍາ ເປັນທືນໝູນວຽນ ລວມມູນຄ່າ 250 ລ້ານກີບ, ຫົວໜ່ວຍທຸລະກິດທີ່ໄດ້ແມ່ນ ສາຍເພັດທ໋ອບຈະເລີນຟາມສ່ວນບຸກຄົນ ທີ່ນອນໃນຂະແໜງກະສິກຳ, ເປັນວິສາຫະກິດຂະໜາດກາງ.

ທະນາຄານລາວ – ຫວຽດ ສາມາດອະນຸມັດສິນເຊື່ອ ບ້ວງ 200 ຕື້ກີບ ໃຫ້ SME ໄດ້ທັງໝົດ 04 ຫົວໜ່ວຍ, 7 ສັນຍາ ( ບາງຫົວໜ່ວຍໄດ້ຮັບການອະນຸມັດສິນເຊື່ອ ຈໍານວນ 02 ສັນຍາ ເພື່ອແບ່ງທຶນເປັນທຶນຄົງທີ່ ແລະ ທຶນໝູນວຽນ) ລວມມູນຄ່າ 4,2 ຕື້ກີບ, ຫົວໜ່ວຍທຸລະກິດທີ່ໄດ້ ແມ່ນ: ວິສາຫະກິດສ່ວນບຸກຄົນ ກົງກໍາແພງຟາມ ມີ 02 ສັນຍາ, ໃນນັ້ນ ມີທຶນໝູນວຽນ ມູນຄ່າ 600 ລ້ານກີບ ແລະ ທືນຄົງທີ່ 500 ລ້ານກີບ ລວມທັງໝົດ 1,1 ຕື້ກີບ, ສຸກປະເສີດການຟາມສ່ວນບຸກຄົນ ມີ 1 ສັນຍາ ເປັນທຶນໝູນວຽນ ມູນຄ່າ 1 ຕື້ກີບ, ສິນທະນາການຟາມສ່ວນບຸກຄົນ ມີ 02 ສັນຍາ, ມີທືນຄົງທີ່ 500 ລ້ານກີບ ແລະ ທືນໝູນວຽນ 500 ລ້ານກີບ ລວມທັງໝົດ 1 ຕື້ກີບ ແລະ ວິສາຫະກິດສ່ວນບຸກຄົນ ໂຂງຈຳໜ່າຍຫົວອາຫານ, ປຸ໋ຍທົ່ວໄປ ມີ 02 ສັນຍາ, ມີທືນຄົງທີ່ 300 ລ້ານກີບ ແລະ ທືນໝູນວຽນ 800 ລ້ານກີບ ລວມທັງໝົດ 1.1 ຕື້ກີບ ທັງໝົດ ແມ່ນນອນໃນຂະແໜງກະສີກຳ.

ຈາກນັ້ນ ກອງປະຊຸມຍັງໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ເປັນຕົ້ນແມ່ນການໂຄສະນາເຜີຍແຜ່ບ້ວງເງີນຕ່າງໆຂອງກອງທືນສົ່ງເສີມ SME, ການຍາດເອົາແຫຼ່ງທືນ, ການປະສານງານກັບທະນາຄານໃນການເອົາບາງຂໍ້ມູນຕ່າງໆ, ເພື່ອຊອກຫາວິທີໃຫ້ບັນດາທຸລະກິດ ໄດ້ເຂົ້າເຖິງແຫຼ່ງທຶນໃຫ້ຫຼາຍຂຶ້ນ.

About admins16