ກອງປະຊຸມ ຊຸກຍູ້ວຽກງານກວດກາພັກ-ລັດ ເມືອງຄຳເກີດ

ເພື່ອເປັນຊຸກຍູ້ຕິດຕາມການປະຕິບັດວຽກງານຂອງຄະນະກວດກາພັກທົ່ວເມືອງຄຳເກີດ ໃຫ້ມີຄວາມເຂັ້ມແຂງໜັກແໜັນຂື້ນເລື້ອຍໆ ໃນວັນທີ 16 ມິຖຸນາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງຄຳເກີດ, ແຂວງບໍລິຄໍາໄຊ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຕິດຕາມ ການປະຕິບັດວຽກງານຂອງພະນັກງານກວດກາພັກ-ລັດເມືອງຄຳເກີດ ໂດຍມີບັນດາຄະນະກວດກາພັກຫ້ອງການ, ໂຮງຮຽນອອ້ມຂ້າງເມືອງ ແລະ 11 ໜ່ວຍພັກເທດສະບານ ເຂົ້າຮ່ວມ.

ຈຸດປະສົງໃນການລົງຊຸກຍູ້ຄັ້ງນີ້ ກໍ່ເພື່ອນໍາເອົາບັນດານິຕິກໍາ ລົງເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ ຜູ້ທີ່ເຮັດວຽກງານກວດກາພັກ-ລັດ ຂອງແຕ່ລະຫ້ອງການ ໃຫ້ເຂົ້າໃຈຈະແຈ້ງ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕາມຫລັກການ ແລະ ວິທີການລວມ.

ນິຕິກໍາທີ່ນໍາມາເຜີຍແຜ່ ມີຄື:ວຽກງານກວດກາພັກ, ບາດກ້າວຂັ້ນຕອນຮ່ວມຊີວິດພັກການສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜັນ, ການຄົ້ນຄ້ວ້າພິຈາລະນາແກ້ໄຂຄຳຮ້ອງຟ້ອງ-ຮ້ອງທຸກ ແລະ ຄຳສະເໜີ, ຈັນຍາບັນຂອງພະນັກງານ-ລັດຖະກອນ, ການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.

ໃນກອງປະຊຸມ ທ່ານ ວິໄລ ສີສະມຸດ ປະທານກວດກາພັກ-ລັດເມືອງ ໄດ້ຂື້ນຜ່ານບົດລາຍສະພາບການຈັດຕັ້ງເຄື່ອນໄຫວວຽກງານ 6 ເດືອນຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ໄດ້ເອົາໃຈໃສ່ວຽກງານສຶກສາ, ຄົ້ນຄ້ວາ, ສ້າງຄວາມເຂົ້າໃຈຢ່າງເລີກເຊິ່ງ ຕໍ່ກັບບັນດາເອກະສານ, ນິຕິກໍາຕ່າງໆ ທີ່ກ່ຽວພັນເຖິງການເຄື່ອນໄຫວຂອງວຽກງານກວດກາ, ເອົາໃຈໃສ່ນຳພາ-ຊີ້ນຳໃນການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍ ມະຕິກອງປະຊຸມໃຫຍ່ ຂອງຄະນະພັກຂັ້ນເທິງ ແລະ ຂັ້ນຕົນວາງອອກ ໄດ້ນໍາໄປຈັດຕັ້ງຜັນຂະຫຍາຍ ຢ່າງເປັນຮູບປະທຳ, ສອດຫ້ອຍໃນວຽກງານຂອງແຕ່ລະຫ້ອງການ ແລະ ບ້ານ. ການປັບປຸງກໍ່ສ້າງ, ຂະຫຍາຍພັກ.

ທົ່ວເມືອງຄຳເກີດ ມີ 125 ຮາກຖານພັກ, ໃນນັ້ນມີ 13 ຄະນະພັກຮາຖານ ( ສຳນັກງານ 4 ຮາກຖານພັກ, ກຸ່ມບ້ານ 6 ຮາກຖານພັກ, ບ້ານໃຫຍ່ 3 ຮາກຖານ), ມີ 112 ໜ່ວຍພັກ, ມີສະມາຊີກພັກທັງໝົດ 1,947 ສະຫາຍ, ຍິງ 426 ສະຫາຍ, ໃນນັ້ນ ສໍາຮອງ 71 ສະຫາຍ, ຍິງ 21 ສະຫາຍ.

ປີ 2020 ມີ 110 ໜ່ວຍພັກ ສາມາດສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 95 ໜ່ວຍ ໜ່ວຍພັກກາງ 15 ໜ່ວຍພັກ.

About admin11