ການເກັບລາຍຮັບ 6 ເດືອນຕົ້ນປີ ແຂວງບໍລິຄຳໄຊ ຄາດວ່າຈະບໍ່ບັນລຸແຜນການ

ການຈັດເກັບລາຍຮັບເຂົ້າງົບປະມານ 6 ຕົ້ນປີ 2021 ຄາດຄະເນວ່າຈະລຸດແຜນການ 50 ກວ່າ% ເປັນເງິນ 200 ກວ່າຕື້ກີບ ທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງ ໄດ້ລາຍຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ທີ່ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ໃນ 5 ເດື້ອນຕົ້ນປີ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 188,45 ຕື້ກີບ, ເທົ່າກັບ 41,81% ຂອງແຜນການ 6 ເດືອນຕົ້ນປີ, ໃນນັ້ນ ພູດສູນກາງ ປະຕິບັດໄດ້ 135,56 ຕື້ກີບ, ເທົ່າກັບ 38,72% ຂອງແຜນການ 6 ເດືອນຕົ້ນປີ, ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 52,88 ຕື້ກີບ ເທົ່າກັບ 52,58% ຂອງແຜນການ 6 ເດືອນຕົ້ນປີ. ການຈັດເກັບລາຍຮັບ 6 ເດືອນຕົ້ນປີ 2021 ຕາມແຜນການທັງໝົດ 450,73 ຕື້ກີບ ເຫັນວ່າມີຄວາມສ່ຽງສູງທີ່ຈະບໍ່ບັນລຸແຜນການ, ຄາດຄະເນຈະປະຕິບັດໄດ້ປະມານ 224,06 ຕື້ກີບ ເທົ່າກັບ 49,71% ຂອງແຜນການ 6 ເດືອນຕົ້ນປີ, ຫລຸດແຜນ 50,29% ຄິດເປັນເງິນ 226,67 ຕື້ກີບ, ຖ້າທຽບໃສ່ແຜນການປີເທົ່າກັບ 24,87%.

ບັນຫາຫຼັກທີ່ເຮັດໃຫ້ການຈັດເກັບລາຍຮັບຫຼຸດແຜນ ກໍ່ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າບາງໝວດ ມີລັກສະນະຫຼຸດລົງ ເປັນຕົ້ນແມ່ນການນຳເຂົ້ານ້ຳມັນເຊື້ອໄຟ, ພາຫະນະ-ສິ້ນສ່ວນອາໄຫຼ່, ເຄື່ອງໄຟຟ້າ ແລະ ອື່ນໆ, ພ້ອມດຽວກັນແຫຼ່ງລາຍຮັບຫຼັກຂອງແຂວງ ທີ່ໄດ້ຂຶ້ນແຜນໄວ້ ບໍ່ສາມາດປະຕິບັດໄດ້ຕາມແຜນ ຍ້ອນກິດຈະກຳຕ່າງໆ ມີການສະລໍການຜະລິດ ແລະ ບັນຫາອື່ນໆ.

About admins14