ບໍລິຄຳໄຊ ເດີນໜ້າສັກວັກຊີນກັນພະຍາດ COVID-19

ເພື່ອເປັນສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ຂະບວນການສັກວັກຊີນກັນພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ 2021 ຢູ່ເດີ່ນເປຕັ່ງຂອງແຂວງ ທີ່ ບ້ານຫົງໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍມີພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມພຽງກັນເຂົ່າຮ່ວມຮັບວັກຊີນກັນພະຍາດໂຄວິດ-19 ຢ່າງຫຼວງຫຼາຍ.

ຕາມການໃຫ້ສຳພາດ ຂອງທ່ານ ດຣ ແສງອຸດສາ ພົນສະຫວັດດີ ຮັບຜິດຊອບວຽກສັກວັກຊີນກັນພະຍາດແຂວງ ໄດ້ໃຫ້ຮູ້ວ່າ ມາຮອດປັດຈຸບັນ ໃນທົ່ວແຂວງ ໄດ້ສັກວັກຊີນກັນພະຍາດໂຄວິດ-19 ທັງໝົດ 43.401 ໂດສ໌ ໃນນີ້ສັກເຂັມທີ 1 ແມ່ນ 25.922 ໂດສ໌ ເທົ່າກັບ 16,18% ແລະ ສັກຄົບ 2 ເຂັມ 17.479 ໂດສ໌ ເຊິ່ງເທົ່າກັບ 10,91% ຂອງປະຊາກອນກຸ່ມເປົ້າໝາຍໃນທົ່ວແຂວງ. ສຳລັບການໃຫ້ວັກຊີນກັນພະຍາດໂຄວິດ-19 ຢູ່ເດີ່ນເປຕັ່ງຂອງແຂວງ ຈະດຳເນີນໄປເປັນເວລາ 3 ວັນ 21-23 ມິຖຸນາ 2021 ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ສາມາດເຂົ້າໄປຮັບວັກຊີນໄດ້.

ການສັກວັກຊີນກັນພະຍາດໂຄວິດ-19 ແມ່ນໄດ້ເປີດໃຫ້ບໍລິການໃນໂມງລັດຖະການ, ສຳລັບສູນໃຫ້ວັກຊີນກັນພະຍາດໂຄວິດ-19 ໂຮງໝໍແຂວງບໍລິຄຳໄຊ ແມ່ນໄດ້ໃຫ້ບໍລິການໃນວັນພະຫັດ ແລະ ວັນສຸກ, ສາທາເມືອງປາກຊັນ ແມ່ນວັນຈັນ ຫາ ວັນພຸດ ແລະ ສາທາເມືອງທ່າພະບາດ, ປາກກະດິງ, ບໍລິຄັນ, ຄຳເກີດ, ວຽງທອງ ແລະ ໄຊຈຳພອນ ແມ່ນໄດ້ໃຫ້ບໍລິການ 2 ວັນຕໍ່ອາທິດ.

ຜູ້ທີ່ເຂົ້າມາສັກວັກຊີນ ຕ້ອງມີອາຍຸ 18 ປີ ຂຶ້ນໄປ ແລະ ເວລາມາສັກຢາຄວນຈະນຸ່ງເສື້ອແຂນສັ້ນ ເພື່ອຈະສະດວກໃນການສັກຢາ, ພ້ອມນີ້ຕ້ອງປະຕິບັດຕາມມາດຕະການປ້ອງກັນ ໂດຍສະເພາະໃຫ້ຮັກສາໄລຍະຫ່າງ 1 ແມັດ, ໃສ່ຜ້າອັດປາກ ແລະ ລະບຽບຫຼັກການຕ່າງໆ ຂອງແພດໝໍວາງອອກຢ່າງເຂັ້ມງວດ.

About admins14