ປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງວ່າການແຂວງ

ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ປະຈຳເດືອນພຶດສະພາ ທີ່ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 240/ຂບຊ ລົງວັນທີ 20 ເມສາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ສົມໃຈ ແກ້ວສຸວັນ ເປັນຮອງຫົວໜ້າຫ້ອງວ່າການແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 339/ຂບຊ ລົງວັນທີ 19 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ພັນສະໝອນ ຈັນທະສອນ ເປັນຮອງຫົວໜ້າຫ້ອງວ່າການແຂວງ.

ທ່ານປະທານ ໄດ້ກ່າວວ່າ ການແຕ່ງຕັ້ງຍົກຍ້າຍບຸກຄະລາກອນ ແມ່ນເປັນວຽກປົກກະຕິ ເພື່ອໃຫ້ແທດເໝາະກັບການປະຕິບັດໜ້າທີ່ວຽກງານ, ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ເຮັດໃຫ້ບັນດາວຽກງານ ຖືກຈັດຕັ້ງປະຕິບັດ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

About admins14