ສໍາເລັດໂຄງການກໍ່ສ້າງຂົວນໍ້າທົບ ແລະ ຫໍພັກນັກຮຽນ ບ້ານທົ່ງແຄະ

ໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2021 ນີ້, ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຂົວນໍ້າທົບ ແລະ ຫໍພັກນັກຮຽນ ບ້ານທົ່ງແຄະ ພາຍໃຕ້ການເປັນປະທານຂອງທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ, ທ່ານ ພັນເອກ ສຸກນິລັນ ຄໍາພິລາວົງ ອໍານວຍການ ບໍລິສັດ ລັດ ພັດທະນາຊົນນະບົດ ມີຄະນະກໍາມະການມາຈາກຂັ້ນແຂວງ, ເມືອງເຂົ້າຮ່ວມ.

 ທ່ານ ຄໍາອ້ວນ ດວງບຸນມາ ຮອງອໍານວຍການບໍລິສັດລັດ ພັດທະນາຊົນນະບົດ ໃນນາມຜູ້ຮັບເໝົາກໍ່ສ້າງ ໄດ້ກ່າວວ່າ: ໂຄງການກໍ່ສ້າງຂົວນໍ້າທົບ ບ້ານທົ່ງແຄະ ເມືອງຄໍາເກີດ ແຂວງບໍລິຄຳໄຊ ແມ່ນໄດ້ຮັບແຫຼ່ງທຶນຈາກ ທຶນພັດທະນາຊຸມຊົນຂອງໂຄງການຄຸດຄົ້ນ-ປຸງແຕ່ງແຮ່ຄໍາ ຂອງບໍລິສັດ ບໍ່ຄໍາ-ຄໍາເກີດແສນອຸດົມ ຈໍາກັດ ມີມູນຄ່າທັງໝົດ 1 ຕື້ 226 ລ້ານກວ່າກີບ, ເລີ່ມການກໍ່ສ້າງແຕ່ວັນທີ 22 ທັນວາ 2020 ແລະ ສໍາເລັດໂຄງການ ວັນທີ 22 ພຶດສະພາ 2021 ໄລຍະເວລາ 6 ເດືອນ.

ຂົວຂ້າມນໍ້າທົບເປັນປະເພດຂົວເຫຼັກ, ເສົາເບຕົ່ງ ແລະ ປູໜ້າດ້ວຍໄມ້ເນື້ອແຂງ ມີຄວາມຍາວທັງໝົດ 72 ແມັດ, ກວ້າງ 3,50 ແມັດ ສາມາດຮັບນໍ້າໜັກໄດ້ 6 ໂຕ່ນ, ມີລະບົບປ້ອງກັນການເສາະເຈື່ອນຫົວຂົວສອງສົ້ນດ້ວຍກະຕ່າຫີນ, ໜ້າທາງເຂົ້າຂົວກວ້າງ 5 ແມັດ ປູດ້ວຍຊັ້ນຮອງພື້ນທາງ.

ສ່ວນໂຄງການກໍ່ສ້າງຫໍພັກນັກຮຽນໂຮງຮຽນມັດທະຍົມບ້ານທົ່ງແຄະ ແມ່ນມີມູນຄ່າການກໍ່ສ້າງທັງໝົດ 316 ລ້ານກວ່າກີບ, ເລີ່ມການກໍ່ສ້າງແຕ່ວັນທີ 22 ທັນວາ 2020 ແລະ ສໍາເລັດການກໍ່ສ້າງ ວັນທີ 22 ມີນາ 2021 ໄລຍະເວລາ 3 ເດືອນ, ຫໍພັກນັກຮຽນໂຮງຮຽນມັດທະຍົມບ້ານທົ່ງແຄະ ເປັນອາຄານຊັ້ນດຽວ ຂະໜາດ 9×24 ແມັດ, ມີ 6 ຫ້ອງນອນ 2 ຫ້ອງນໍ້າລວມ ຢູ່ດ້ານນອກອາຄານ, ພື້ນຄັດມັນ, ຝາກໍ່ດ້ວຍດິນບ໋ອກໂບກ 2 ໜ້າ, ຫຼັງຄາໂຄງເຫຼັກມຸງກະເບື້ອງ ແລະ ມີລະບຽງດ້ານໜ້າກວ້າງ 2 ແມັດພ້ອມຕັ່ງນັ່ງຍາວ.

ຈາກນັ້ນ ເຈົ້າຂອງໂຄງການກໍ່ໄດ້ເຊັນມອບໂຄງການໃຫ້ເມືອງ-ເມືອງມອບໃຫ້ບ້ານ ເພື່ອໃຫ້ບ້ານໄດ້ນໍາໃຊ້ ແລະ ບູລະນະຂັ້ນຕໍ່ໄປ.

About admin11