ເຜີຍແຜ່, ເຊື່ອມຊືມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງບໍລິຄໍາໄຊຄັ້ງທີ VII

ພິທີເຜີຍແຜ່ຜົນສໍາເລັດ ກອງຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງບໍລິຄໍາໄຊ ຄັ້ງທີ VII ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ມີຖຸນາ 2021 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຄຳ ໄຊເຢ່ຍລໍ່ວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ ແລະ ທະຫານ-ຕໍາຫຼວດ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດຄັ້ງທີ 7 ແຂວງບໍລິຄຳໄຊ ມີຜູ້ເຂົ້າຮ່ວມທັງໝົດ 165 ທ່ານ, ພະສົງ 7 ອົງ, ຍິງ 26 ທ່ານ, ໃນນັ້ນ ຜູ້ແທນສົມບູນ 99 ທ່ານ, ພະສົງ 7 ອົງ, ຍິງ 23 ທ່ານ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດໄວໃນທົ່ວແຂວງບໍລິຄຳໄຊ.

ກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງທັງ 2 ພາກ ແລະ ຜົນງານການເຄື່ອນໄຫວ ຂອງຄະນະກຳມະການແນວລາວສ້າງຊາດແຂວງ ສະໄໝທີ 6 ຜ່ານມາ, ຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນແຕ່ລະດ້ານ ແຕ່ປີ 2021 – 2025 ຄື: ສືບຕໍ່ຮັກສາມູນເຊື້ອປະຕິວັດອັນສະຫງ່າອົງອາດຂອງແນວລາວອິດສະຫລະ ແນວລາວຮັກຊາດໃນເມື່ອກ່ອນ ແລະ ແນວລາວສ້າງຊາດໃນປະຈຸບັນ ເພື່ອເຕົ້າໂຮມຄວາມສາມັກຄີປອງດອງໃນທົ່ວສັງຄົມ, ປະຊາຊົນບັນດາເຜົ່າ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດຢ່າງກ້ວາງຂວາງ, ທົ່ວເຖິງ, ຍົກສູງ ພາລະບົດບາດ, ສິດໜ້າທີ່ຂອງວຽກງານແນວລາວສ້າງຊາດ ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ ແລະ ລະບຽບກົດໝາຍຂອງລັດ ຈັດຕັ້ງເຜີຍແຜ່ໃຫ້ມີຜົນສໍາເລັດາມລະດັບຄາດໝາຍ ພ້ອມທັງໄດ້ຮັບຮອງເອົາຄະນະກໍາມະການ ແນວລາວສ້າງຊາດແຂວງ ຊຸດທີ VII ຈຳນວນ 75 ທ່ານ, ຍິງ 17 ທ່ານ ແລະ ພະສົງ 7 ອົງ.

ທ່ານ ບຸນຄຳ ໄຊເຢ່ຍລໍ່ວື່ ໄດ້ຕີລາຄືນເຖິງການນຳພາເຄື່ອນໄຫວວຽກງານ ຂອງຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ ສະໄໝທີ 6 ແຕ່ປີ 2016-2020 ເປັນຕົ້ນແມ່ນ: ວຽກງານການສຶກສາອົບຮົມການເມືອງ-ແນວຄິດ, ວຽກງານເຕົ້າໂຮມຄວາມສາມັກຄີຊົນເຜົ່າ-ຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ, ວຽກງານສາສະໜາ, ວຽກງານໂຄສະນາ ແລະ ຂະບວນການ, ວຽກງານການທູດປະຊາຊົນ, ປະກອບສ່ວນປະຕິບັດແນວທາງການຕ່າງປະເທດຂອງພັກ-ລັດ, ວຽກງານຈັດຕັ້ງ-ບໍລິຫານ ແລະ ວຽກງານກວດກາ, ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ ຄະນະກຳມະການແນວລາວສ້າງຊາດ ແຂວງບໍລິຄຳໄຊ ສະໄໝທີ 7 ຕ້ອງໄດ້ສູ້ຊົນວຽກງານຈຸດສູມ ຂອງກອງປະຊຸມວາງໄວ້ 5 ປີຕໍ່ໜ້າ ໄປຄຽງຄູ່ກັບການປະຕິບັດ 4 ແຜນງານ 7 ໂຄງການໄປພ້ອມໆກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານແນວລາວສ້າງຊາດ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ.

About admins16