ເມືອງບໍລິຄັນ ເປີດພິທີການສອບເສັງນັກຮຽນຈົບຊັ້ນປະຖົມສຶກສາ ສົກຮຽນ 2020-2021

ໃນວັນທີ 28 ມິຖຸນາ 2021 ຢູ່ໂຮງຮຽນປະຖົມຫາດຊຽງຕອມ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດການສອບເສັງນັກຮຽນຈົບຊັ້ນປະຖົມສືກສາ ສົກປີ 2020-2021 ຂື້ນ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄມທອງ ແກ້ວວຽງຄໍາ ຮອງເຈົ້າເມືອງບໍລິຄັນ.

ນັກຮຽນຈະໄດ້ສອບເສັງມີ 4 ວິຊາຄື: ວິຊາ ພາສາລາວ-ຫັດແຕ່ງ, ວິຊາ ພາສາລາວ-ຂຽນທວຍ, ວິຊາຄະນິດສາດ ແລະ ວິຊາ ໂລກອ້ອມຕົວ.

ມີ 10 ສູນສອບເສັງ ຄື: ສູນສອບເສັງ ປະຖົມ ເມືອງເກົ່າ, ສູນສອບເສັງປະຖົມຫາດຊຽງຕອມ, ສູນສອບເສັງປະຖົມ ຫ້ວຍຄູນ, ສູນສອບເສັງປະຖົມນາລ້ອງ, ສູນສອບເສັງປະຖົມຜາເມືອງ, ສູນສອບເສັງປະຖົມບ້ານບໍ່, ສູນສອບເສັງປະຖົມທ່າສີ-ນາກຸນ, ສູນສອບເສັງປະຖົມທົ່ງພັນຄໍາ, ສູນສອບເສັງໂພນຄໍາ ແລະ ສູນສອບເສັງປະຖົມພູຄໍາ.

ມີນ້ອງນັກຮຽນມີໜ້າເຂົ້າສອບເສັງ 1.130 ນ້ອງ, ຍິງ 577 ນ້ອງ ແບ່ງອອກເປັນ 52 ຫ້ອງ, ແຕ່ລະຫ້ອງບັນຈຸນັກສອບເສັງຫ້ອງລະ 21 – 22 ນ້ອງ.

About admin11