ຝຶກອົບຮົມການວິໄຈຂໍ້ມູນສະຖິຕິ ຂັ້ນເມືອງ

ໃນວັນທີ 15 ມີຖຸນາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຝຶກອົບຮົມ ສ້າງຂີດຄວາມອາດສາມາດໃນດ້ານການວິເຄາະ, ວິໄຈຂໍ້ມູນຂັ້ນພື້ນຖານ ແລະ ບົດລາຍງານເກັບຂໍ້ມູນສະຖິຕິຂັ້ນແຂວງ ແລະ 7 ຕົວເມືອງຂື້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ມີຊ່ຽວຊານທີ່ປຶກສາໂຄງການແຜນງານລາວ 030, ຄະນະສູນສະຖິຕິປະຈໍາແຂວງ ພ້ອມດ້ວຍຄູຝຶກ ແລະ ບັນດາຫົວໜ້າສູນສະຖິຕິ 7 ຕົວເມືອງທົ່ວແຂວງ ເຂົ້າຮ່ວມ.

ຈຸດປະສົງໃນການຈັດຊຸດຝຶກອົບຮົມຄັ້ງນີ້ ກໍ່ເພື່ອຍົກລະດັບໃຫ້ພະນັກງານຜູ້ທີ່ຮັບຜິດຊອບວຽກສະຖິຕິຢູ່ຂັ້ນເມືອງ ເຂົ້າໃຈໃນການເກັບກໍາສັງລວມ, ວິເຄາະ, ວິໄຈ ແລະ ລາຍງານບັນດາຕົວຊີ້ບອກທາງດ້ານເສດຖະກິດ-ສັງຄົມ ແລະ ບັນດາເປົ້າໝາຍພັດທະນາ SDG, ບັນດາໂຕຊີ້ບອກເຫຼົ່ານີ້ແມ່ນມີຄວາມສໍາຄັນ ແລະ ຈໍາເປັນໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເມືອງ, ບ້ານ ຖ້າມີການວິເຄາະ, ວິໄຈຂໍ້ມູນເຫຼົ່ານີ້ຢ່າງມີຄວາມຊັດເຈນ, ຄົບຖ້ວນ ກໍ່ເຮັດໃຫ້ການວາງແຜນຖືກຕ້ອງຊັດເຈນ ແທດເຖິງກັບຊິວີດຕົວຈິງຂອງປະຊາຊົນຢູ່ແຕ່ລະບ້ານ, ສ້າງໃຫ້ຜູ້ຮັບຜິດຊອບມີຄວາມຊໍານິຊໍານານ ໃນການຂຽນແຜນພັດທະນາເສດຖະກິດ-ສັງຄົມແຕ່ລະຂັ້ນຖືກຕ້ອງກັບຄວາມຕ້ອງການຂອງປະຊາຊົນ, ບັ້ນຝຶກອົບຮົມຄັ້ງນີ້ຈະໃຊ້ເວລາ 4 ວັນຈຶ່ງສໍາເລັດ.

About admin11