ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II

ວັນທີ 21 ມີຖຸນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງຄຳເກີດ, ສສຂ ປະຈຳແຂວງບໍລິຄຳໄຊ ເຜີຍແຜ່ຜົນ ສຳເລັດກອງ ປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ແຂວງບໍລິຄຳໄຊ ຊຸດທີ II, ໂດຍການໃຫ້ກຽດເປັນປະທານຂອງທ່ານ ເລື່ອນວີໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງ 11, ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມຄະນະ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບວຽກງານການພັດທະນາເສດຖະກິດ – ສັງຄົມ ຂອງເມືອງຄຳເກີດ ຈາກທ່ານ ເພັດສະໄໝ ໄຊຍະທິຈັກເລຂາພັກເມືອງ, ເຈົ້າເມືອງຄຳເກີດ, ຈາກນັ້ນທ່ານ ສີສະຫວາດ ທັນທະບຸນ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II, ຜ່ານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃນຄັ້ງວັນທີ 21 ມີນາ 2021 ທີ່ຜ່ານມາແຂວງບໍລິຄຳໄຊ ມີຜູ້ລົງສະໝັກ ເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທັງໝົດ 10 ທ່ານ, ເລືອກໄດ້ 7 ທ່ານ, ຍິງ 2 ທ່ານ; ໃນນັ້ນ ປະຈຳຢູ່ສູນກາງ 2 ທ່ານ ແລະ ປະຈຳການຢູ່ແຂວງ 5 ທ່ານ, ຄວບຕຳແໜ່ງ 2 ທ່ານ, ປະຈຳການ 3 ທ່ານ ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ມີຜູ້ສະໝັກ 39 ທ່ານ ເລືອກໄດ້ 25 ທ່ານ, ເຊິ່ງໄດ້ເປັນຕົວແທນໃຫ້ແກ່ເມືອງຄຳເກີດ ມີສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ລົງສະໝັກທັງໝົດ 6 ທ່ານ, ເລືອກໄດ້ 4 ທ່ານ ຈຸດປະສົງ ໃນການລົງມາຄັ້ງນີ້ກໍ່ເພື່ອການສະເໜີຕົວຂອງຕົວແທນແຫ່ງສິດຜົນປະໂຫຍດຂອງພະນັກງານ-ລັດຖະກອນແລະພໍ່ແມ່ປະຊາຊົນບັນດາເຜົ່າ ຕອນທ້າຍກອງປະຊຸມທ່ານປະທານໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມວ່າໃຫ້ສຶບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ໃຫ້ສະມາຊິກພັກທຸກຂົງເຂດວຽກງານແລະພໍ່ແມ່ປະຊາຊົນໃຫ້ທົ່ວເຖິງ.

ໃນວັນດຽວກັນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງ 11, ຮອງປະທານສະພາປະຊາຊົນແຂວງ, ມີບັນດາການນຳຂັ້ນເມືອງ ໄດ້ລົງພົບປະຢ້ຽມຢາມ ອຳນາດການປົກຄອງບ້ານຊອດ, ບ້ານສົມສະນຸກ, ບ້ານຂອນຂ້ວາງ, ບ້ານທ່າກັນຖິນ, ບ້ານບຸ່ງກວາງ, ບ້ານທ່າສະອາດ, ບ້ານແກ້ງຫຼວງ ແລະ ບ້ານທົ່ງນ້ອຍ ເຊີ່ງແຕ່ລະບ້ານ ກໍ່ໄດ້ລາຍງານສະພາບໂດຍຫຍໍ້ ຂອງການສ້າງເສດຖະກິດ ພ້ອມຄຳສະເໜີບາງບັນຫາຕໍ່ສະພາ ເພື່ອຂໍທິດຊີ້ນຳ ແລະ ຫາວິທີແກ້ໄຂຊ່ວຍ ໂດຍສະເພາະແມ່ນການດູດຫີນ-ຊາຍຕາມລຳແມ່ນ້ຳຂອງ, ບັນຫາຕາຝັ່ງເຈື່ອນ, ບັນຫາຂໍ້ຂັດແຍ່ງທີ່ດິນ ແລະ ບັນຫາການຜະລິດເປັນສິນຄ້າຂອງຊາວກະສິກອນຍັງບໍ່ມີຕະຫຼາດຮອງຮັບທີ່ແນ່ນອນ.

About admin11