ທ່າພະບາດ ເປີດພິທີການສອບເສັງຈົບຊັ້ນປະຖົມສຶກສາ ປ.5

ພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ ປ.5 ສົກຮຽນ 2020-2021 ທົ່ວເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 28 ມິຖຸນາ 2021 ທີ່ໂຮງຮຽນປະຖົມສົມບູນ ທວາຍແບ່ງ ເປັນກຽດເຂົ້າຮ່ວມເປີດໂດຍທ່ານ ສົມພູ ສົງຄາມຮັກ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ ທ່າພະບາດ.

ໃນທົ່ວເມືອງທ່າພະບາດ ມີໂຮງຮຽນປະຖົມສົມບູນ 25 ແຫ່ງ ມີນັກສອບຊັ້ນ ປ.5 ທັງໝົດ 469 ຄົນ, ຍິງ 238 ແບ່ງອອກເປັນ 4 ສູນສອບເສັງ ມີ 24 ຫ້ອງສອບເສັງ ຄື: ສູນສອບເສັງ ປ.ສ ນາໄຊ ປະກອບມີ 8 ໂຮງຮຽນ ມີນັກສອບ 133 ຄົນ, ຍິງ 65 ຄົນ ມີ 6 ຫ້ອງສອບເສັງ,.

ສູນສອບເສັງ ປ.ສ ທວາຍແບ່ງ ປະກອບມີ 5 ໂຮງຮຽນ ມີນັກສອບ 98 ຄົນ, ຍິງ 51 ຄົນ ມີ 5 ຫ້ອງສອບເສັງ.

ສູນສອບເສັງ ປ.ສ ຫ້ວຍເລິກ ປະກອບມີ 7 ໂຮງຮຽນມີນັກສອບ 150 ຄົນ, ຍິງ 76 ຄົນ ມີ 8 ຫ້ອງສອບເສັງ ແລະ ສູນສອບເສັງເວີນທາດ ປະກອບມີ 5 ໂຮງຮຽນມີນັກສອບ 88 ຄົນຍິງ 47 ຄົນ, ມີ 5 ຫ້ອງສອບເສັງ.

ການສອບເສັງແມ່ນຈະໄດ້ສອບເສັງ 4 ວິຊາ ຄື: ວິຊາ ພາສາລາວ – ຫັດແຕ່ງ,  ຂຽນທວາຍ, ວິຊາຄະນິດສາດ ແລະ ວິຊາໂລກອ້ອມຕົວ.

 

About admin11