ກອງປະຊຸມໃຫຍ່ ຄັ້ງທີ IV ຊາວໜຸ່ມໜ່ວຍຮາກຖານ ສະຫະພັນກຳມະບານແຂວງບໍລິຄຳໄຊ

ໃນຕອນບ່າຍຂອງວັນທີ 17 ມີຖຸນາ 2021 ຢູ່ຫ້ອງປະຊຸມກຳມະບານແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມໃຫຍ່ຊາວໜຸ່ມ ຄັ້ງທີ IV ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ນາລິພອນ ອິນສີຊຽງໃໝ່ ເລຂາຊາວໜຸ່ມໜ່ວຍສະຫະພັນກຳມະບານແຂວງ, ເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ດຳລົງ ທັບລາດ ເລຂາໜ່ວຍພັກ ປະທານສະຫະພັນກຳມະບານແຂວງ, ມີສະມາຊິກຊາວໜຸ່ມ, ຊາວໜຸ່ມແຮກສ່ຽວ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງຊາວໜຸ່ມ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ເຊິ່ງໄດ້ສະແດງອອກ ຄື: ດ້ານການເມືອງແນວຄິດ ຄະນະຊາວໜຸ່ມທຸກຂັ້ນໄດ້ຖືເອົາວຽກງານ ສຶກສາອົບຮົມການ ເມືອງ-ແນວຄິດ ຕິດພັນກັບການປຸກລະດົມສ້າງຂະບວນການດ້ານຕ່າງໆ ຢ່າງເປັນຂະບວນຟົດຟື້ນ, ສະມາຊິກຊາວໜຸ່ມທຸກສະຫາຍ ໄດ້ເປັນເສນາທິການທີ່ຫ້າວຫັນໃນການປະຕິບັດໜ້າທີ່ວິຊາສະເພາະເປັນຕົ້ນແມ່ນ ວຽກງານປົກປ້ອງສິດ, ຜົນປະໂຫຍດຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ ສາມາດແກ້ໄຂຂໍ້ຂັດແຍ້ງແຮງງານໄດ້ 38 ກໍລະນີ, ປະຕິບັດນະໂຍບາຍຕໍ່ສະມາຊິກກອງທຶນໃນທົ່ວແຂວງ ແລະ ອຶ່ນໆ.

ຫຼັງຈາກນັ້ນ ສະມາຊິກຊາວໜຸ່ມພາຍໃນໜ່ວຍ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະຮາກຖານຊາວໜຸ່ມຊຸດໃໝ່ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກເລືອກເອົາ ສະຫາຍ ນາງ ໄໝ ສຸລິນໄຊ ເປັນເລຂາ, ສະຫາຍ ນາງ ທິບມະນີຈັນ ທັບລາດ ເປັນຮອງ ແລະ ສະຫາຍ ຈັນສະໄໝ ແດນພູຫຼວງ ເປັນຮອງ ທັງເປັນຜູ້ກວດກາ.

ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ວັນນະສິນ ສອນວິໄລ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ໄດ້ເນັ້ນໜັກ ໃຫ້ຄະນະຊາວໜຸ່ມຊຸດໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບ ໃນການນຳພາວຽກງານຊາວໜຸ່ມເອົາໃຈໃສ່ ສຶກສາອົບຮົມວຽກງານການເມືອງ-ແນວຄິດ, ສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ, ແບ່ງງານແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ, ເພີ່ມທະວີຄວາມສາມັກຄີພາຍໃນ, ພ້ອມກັນນຳເອົາມະຕິກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

About admins14