ໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍລິຄຳໄຊ ເປີດການຮຽນ-ການສອນ ແບບໃໝ່

ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໄດ້ສຸມໃສ່ເຮັດໃຫ້ການຮຽນ-ການສອນ ໄດ້ທັງປະລິມານ ແລະ ມີຄຸນນະພາບ ໃນຊ່ວງໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ທ່ານ ພູເຂົາເງິນ ອິນທະວົງ ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ໃຫ້ສຳພາດ ໃນວັນທີ 10 ມິຖຸນາ 2021 ນີ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ຄໍາແນະນໍາຂອງເຈົ້າແຂວງບໍລິຄໍາໄຊ ສະບັບເລກທີ 06/ຂບຊ, ລົງວັນທີ 29 ເມສາ 2021 ກ່ຽວກັບແບບແຜນການດໍາລົງຊີວິດປົກກະຕິແບບໃໝ່ (New Normal Life) ໃຫ້ປະກົດຜົນເປັນຈິງ, ໃນຕົ້ນເດືອນມີຖຸນານີ້ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບບໍາລຸງ 45 ວັນ ຮຸ່ນທີ 47 ມີນັກສຶກສາມາຈາກພະແນກການອ້ອມຂ້າງແຂວງ ຈໍານວນ 48 ສະຫາຍ, ຍິງ 21 ສະຫາຍ, ການເປີດການຮຽນ-ການສອນໃນຊຸດນີ້ ແມ່ນທ່າມກາງການຈັດຕັ້ງປະຕິບັດ ມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ທັງຮັບປະກັນການຮຽນ-ການສອນໃຫ້ມີຄຸນນະພາບ ແລະ ຖືກຕ້ອງຄົບຖ້ວນ ຕາມຫຼັກສູດການຮຽນ-ການສອນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ.

ດ້ານການຄຸ້ມຄອງນັກສຶກສາ ໃນລະບົບ 45 ວັນ ແມ່ນໄດ້ຄັດແຍກນັກສຶກສາອອກເປັນ 3 ຫ້ອງ ຄື: ຫ້ອງທີ 1 ແມ່ນນັກສຶກສາ ຜູ້ທີ່ມີບັດຢັ້ງຢືນໄດ້ຮັບຢາວິກຊິນ ປ້ອງກັນພະຍາດໂຄວິດ-19 ແລ້ວ ຈໍານວນ 23 ສະຫາຍ, ຫ້ອງທີ 2 ແມ່ນນັກສຶກສາ ຜູ້ທີ່ຍັງບໍ່ທັນໄດ້ຮັບຢາວັກຊິນ ຈຳນວນ 11 ສະຫາຍ ແລະ ຫ້ອງທີ 3 ແມ່ນນັກສຶກສາ ທີ່ມີຄວາມພ້ອມຮຽນຜ່ານລະບົບອອນລາຍ ຈໍານວນ 14 ສະຫາຍ.

ທັງ 3 ຫ້ອງ ແມ່ນໄດ້ຮຽນໃນເວລາດຽວກັນ ໂດຍມີຄະນະຮັບຜິດຊອບຕິດຕາມກວດກາຈໍານວນ, ການນຸ່ງຖື ແລະ ຄວາມເປັນລະບຽບຮຽບຮ້ອຍທຸກໆຊົ່ວໂມງ, ນັກສຶກສາທ່ານໃດ ບໍ່ປະຕິບັດຕໍ່ລະບຽບຂອງໂຮງຮຽນວາງອອກ ຈະຖືກຕັດຄະແນນຄຸນສົມບັດ, ຄະແນນສ່ວນຮ່ວມ, ຄະແນນສອບເສັງ, ຂຽນໃບສໍາຫຼວດ ແລະ ອື່ນໆ ຕາມແຕ່ລະກໍລະນີຂອງຜູ້ກະທໍາຜິດ.

ນັກສຶກສາທີ່ມາຮຽນໃນແຕ່ລະວັນ ກ່ອນເຂົ້າຫ້ອງຮຽນ ຕອ້ງໄດ້ວັດແທກອຸນນະພູມ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ໝັ່ນລ້າງມືດ້ວຍນໍ້າສະອາດ, ເຈວ ຫຼື ສະເປຂ້າເຊື້ອ ແລະ ດ້ານວິຊາການ ຮັບປະກັນການຮຽນ-ການສອນ ໃຫ້ຖືກຕ້ອງຕາມຫຼັກສູດການຮຽນ-ການສອນ 45 ວັນ, ມີທັງໝົດ 5 ວິຊາ, 132 ຊົ່ວໂມງ, ຄົ້ນຄວ້າ 16 ຊົ່ວໂມງ, ສໍາມະນາ 35 ຊົ່ວໂມງ ແລະ ສອບເສັງ 35 ຊົ່ວໂມງ.

ການຈັດຕັ້ງປະຕິບັດການຮຽນ-ການສອນຄັ້ງນີ້ ແມ່ນເປັນຄັ້ງທໍາອິດທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ນໍາໃຊ້ເຂົ້າໃນການຮຽນ-ການສອນແບບໃໝ່ (New Normal Life) ເມື່ອດໍາເນີນການຮຽນ-ການສອນ ໄປໄດ້ໄລຍະໜຶ່ງແລ້ວ ທາງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຈະໄດ້ປະເມີນຄືນທາງດ້ານຄຸນນະພາບ ແລະ ສຶບຕໍ່ແກ້ໄຂຂໍ້ຄາງຄ້າງ ທີ່ອາດຈະເກີດຂຶ້ນໃຫ້ຕົກໄປ ແລະ ນໍາໄປໜູນໃຊ້ເຂົ້າໃນຊຸດຮຽນຕໍ່ໄປ.

About admins14