ຄຳເກີດ ເລີ່ມສັກວັກຊິນ ເຂັມ 2 ໃຫ້ຊຸມຊົນກຸ່ມສ່ຽງ

ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມສາທາລະນະສຸກ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ກັບກຸ່ມສ່ຽງຮອບທີ 4 ຂຶ້ນ ໂດຍມີພະນັກງານ ປກຊ ແລະ ກຸ່ມທີ່ມີຄວາມສ່ຽງ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ກຸ່ມສ່ຽງຮອບທີ 4 ທີ່ໂຮງໝໍຊຸມຊົນເມືອງຄໍາເກີດໃນຄັ້ງນີ້ ຈະໄດ້ຈັດຂຶ້ນໃນວັນທີ 17-18 ມິຖຸນາ 2021 ແມ່ນຈະໄດ້ສັກເຂັມທີ 2 ເປົ້າໝາຍແມ່ນ 1362 ຄົນ ແລະ ໃນວັນທີວັນທີ 24-25 ມິຖຸນາ 2021 ແມ່ນຈະໄດ້ສັກເຂັມທີ 1 ຈຳນວນ 1.518 ຄົນ.

ການສັກວັກຊິນກໍ່ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢ່າງຮ້າຍແຮງໃນທົ່ວໂລກ, ໄດ້ເຮັດໃຫ້ມີຄົນທີ່ຕິດເຊື້ອ ແລະ ເສຍຊີວິດຢ່າງຫຼວງຫຼາຍ, ນອກນັ້ນ ຍັງເປັນໄພຄຸກຄາມຕໍ່ປະຊາຊົນທົ່ວໂລກແມ່ນໄດ້ສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມໃຫ້ແກ່ປະຊາຊົນໃນການໃຊ້ຊີວິດປະຈໍາວັນ, ການດໍາລົງຊີວິດພົບຄວາມຫຍຸ້ງຍາກລຳບາກໃນການທໍາມາຄ້າຂາຍ ແລະ ການທຳມາຫາກີນຂອງປະຊາຊົນ.

ຢາທີ່ນໍາມາຊັກໃນຄັ້ງນີ້ ແມ່ນວັກຊິນ( ຊີໂນຟາມ ) ມີຈໍານວນ 2.880 ໂດຣ ຫຼື 2.880 ຄົນ, ເຊິ່ງໄດ້ຮັບການຊ່ວຍເຫຼືອລ້າຈາກ ສປ ຈີນ.

 

About admin11