ພະແນກ ກປ ແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍທ່ານ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄູ້ມຄອງ ໃນໄລຍະຜ່ານມາ ເຫັນວ່າມີຜົນສຳເລັດຫຼາຍດ້ານ ໂດຍຄະນະພະແນກກະສິກຳ ແລະ ປ່າໄມ້ ໄດ້ປະສານສົມທົບກັບຄະນະຊີ້ນຳ-ນຳພາຄູ້ມຄອງຂັ້ນແຂວງ ໄດ້ຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນສະເພາະໜ້າ ແລະ ຍາວນານ, ສ້າງໃຫ້ໄດ້ແຜນກຳນົດພະນັກງານທີ່ມີຄຸນນະພາບ ແລະ ສາມາດເປັນໄປໄດ້ໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອເປັນບ່ອນອີງໃນການຂຶ້ນແຜນບຳລຸງ-ກໍ່ສ້າງ, ການຊັບຊ້ອນຈັດວາງພະນັກງານ ເຂົ້າແຕ່ລະຕຳແໜ່ງງານຕາມຄວາມເໝາະສົມ.

ຜ່ານການຈັດຕັ້ງປະຕິບັດ ເຫັນວ່າຕໍາແໜ່ງຫົວໜ້າພະແນກ 1 ຕໍາແໜ່ງ ປະຕິບັດໄດ້ຕາມແຜນກຳນົດໄວ້, ຕຳແໜ່ງຮອງຫົວໜ້າພະແນກ ບັນລຸຕາມເປົ້າໝາຍຈຳນວນ 2 ຕຳ່ແໜ່ງ, ຫົວໜ້າຂະແໜງ 8 ຕໍາແໜ່ງ ສາມາດບັນລຸຕາມແຜນ 3 ຕຳແໜ່ງ, ຕຳແໜ່ງຫົວໜ້າກອງ 3 ຕຳແໜ່ງ ບັນລຸຕາມແຜນ 1 ຕຳແໜ່ງ, ຕໍາແໜ່ງຮອງຂະແໜງ 8 ຕໍາແໜ່ງ ບັນລຸໄດ້ຕາມແຜນ 4 ຕຳແໜ່ງ ແລະ ຕຳແໜ່ງຮອງຫົວໜ້າກອງ ສາມາດບັນລຸໄດ້ຕາມເປົ້າໝາຍ 3 ຕຳແໜ່ງ.

ຫຼັງຈາກນັ້ນ ຍັງໄດ້ເຜີຍແຜ່ມະຕິຕົກລົງສະບັບເລກທິ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄູ້ມຄອງ , ນິຕິກຳອື່ນໆ ແລະ ຮັບຟັງການແນະນຳ ກ່ຽວກັບເງື່ອນໄຂ, ຂັ້ນຕອນການທາບທາມ, ພ້ອມກັນນັ້ນຍັງໄດ້ມີການປ່ອນບັດ ຄັດເລືອກບຸກຄາລາກອນຮອບທີ 1 ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ ແລະ ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ.

About admins14