ພະແນກ ສາທາລະນະສຸກ ແຂວງ ສ້າງແຜນກຳນົດຕຳແໜ່ງງານ 2021-2025

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກສາທາລະນະສຸກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ, ທ່ານ ດຣ ສອນໄຊ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ,ຄະນະຈັດຕັ້ງແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກໃນໄລຍະຜ່ານມາວ່າ: ພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ 4 ຂອງໜ່ວຍພັກຮາກຖານພະແນກສາທາລະນະສຸກແຂວງ ໄດ້ຮັບຮອງເອົາມະຕິກອງປະຊຸມໃຫຍ່ ແລະ ຜົນການເລືອກຕັ້ງຄະນະພັກຮາກຖານ ຈຳນວນ 5 ສະຫາຍ ຍິງ 1, ຮັບຮອງເອົາແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກສາທາແຂວງ ແຕ່ປີ 2017-2021 ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 1 ໄດ້ອອກຮັບເບ້ຍບຳນານ 2 ສະຫາຍ ແລະ ບັນດາທ່ານທີ່ຢູ່ໃນແຜນ ບາງຕຳແໜ່ງໄດ້ຖືກຍົກຍ້າຍ, ປັບປຸງ ຊັບຊ້ອນຕາມຄວາມເໝາະສົມ.

ຮອດປັດຈຸບັນ ຕຳແໜ່ງຫົວໜ້າພະແນກ ບັນລຸຕາມແຜນ, ຕຳແໜ່ງຮອງຫົວໜ້າພະແນກ ບໍ່ບັນລຸ, ຕຳແໜ່ງຫົວໜ້າຂະແໜງທີ່ບັນລຸຕາມແຜນ ມີ 3 ຂະແໜງ, ຕຳແໜ່ງຮອງຫົວໜ້າຂະແໜງທີ່ບັນລຸຕາມແຜນມີ 5 ຂະແໜງ, ພະນັກງານນຳພາ-ຄຸ້ມຄອງ ທີ່ນອນໃນແຜນກຳນົດ ໄດ້ຮັບການບຳລຸງຍົກລະດັບທາງດ້ານທິດສະດີ, ວິຊາສະເພາະ ແລະ ໄປແລກປ່ຽນບົດຮຽນ ຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ 35 ສະຫາຍ ຍິງ 18.

ນອກນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ມະຕິກົມການເມືອງສູນກາງພັກ ເລກທີ່ 032/ກມສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ່ 292/ຄຈສພ ລົງວັນທີ່ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິ ເລກທີ່ 032/ກມສພ, ມະຕິກົມການເມືອງສູນກາງພັກ ເລກທີ່ 030/ກວສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ແລະ ດຳລັດ ເລກທີ 461/ລບ, ລົງວັນທີ 9 ຕຸລາ2012 ວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານ ຂອງລັດຖະກອນແຫ່ງ ສປປ ລາວ.

ທັງນີ້ກໍ່ເພື່ອເປັນການຄາດຄະເນເປົ້າໝາຍ ພະນັກງານທີ່ຈະຈັດວາງເຂົ້າໃນຕໍາແໜ່ງງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ພາຍໃນພະແນກ ເລືອກເຟັ້ນພະນັກງານ ທີ່ມີຄວາມຮູ້-ຄວາມສາມາດ ມີຄຸນນະພາບບັນຈຸເຂົ້າໃນຕໍແໜ່ງງານນໍາພາ-ຄຸ້ມຄອງແຕ່ລະຂະແໜງ ໃຫ້ສອດຄອ່ງກັບວຽກງານ ໃນການສ້າງແຜນບໍາລຸງກໍ່ສ້າງພະນັກງານ ແລະ ສັບຊ້ອນເຂົ້າໃນຕາມໂຄງປະກອບຢ່າງເໝາະສົມ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ.

About admins16