ບໍລິຄຳໄຊ ສືບຕໍ່ໃຫ້ວັກຊີນກັນພະຍາດໂຄວິດ 19

ຂະບວນການສັກວັກຊີນກັນພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ 2021 ຢູ່ໂຮງໝໍແຂວງບໍລິຄຳໄຊ, ມີພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມພຽງກັນເຂົ້າຮ່ວມຮັບວັກຊີນກັນພະຍາດໂຄວິດ-19 ຢ່າງເປັນຂະບວນ.

ຈາກການໃຫ້ສຳພາດ ທ່ານ ນາງ ດຣ ບັນລຽງ ວໍລະສານ ຮອງອຳນວຍການໂຮງໝໍແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ການໃຫ້ວັກຊີນຊຸດນີ້ ແມ່ນໄດ້ເປີດໃຫ້ບໍລິການ ແຕ່ວັນຈັນ-ວັນສຸກ ໃນໂມງລັດຖະການ ສະເພາະແຕ່ອາຍຸ 18 ປີ ຂຶ້ນໄປ ແລະ ຜູ້ທີ່ມາສັກຢາ ໃຫ້ນຸ່ງເສື້ອແຂນສັ້ນ ເພື່ອຈະສະດວກໃນການສັກຢາ, ພ້ອມນີ້ ກໍ່ຕ້ອງໃຫ້ປະຕິບັດຕາມມາດຕະການປ້ອງກັນ ໂດຍສະເພາະໃຫ້ຮັກສາໄລຍະຫ່າງ 1 ແມັດ, ໃສ່ຜ້າອັດປາກ ແລະ ລະບຽບຫຼັກການຕ່າງໆ ຂອງແພດໝໍວາງອອກຢ່າງເຂັ້ມງວດ.

ການໃຫ້ວັກຊີນນີ້ ຈະໄດ້ດຳເນີນໄປຈົນເຖິງເດືອນ ກໍລະກົດ 2021 ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ສາມາດເຂົ້າຮ່ວມຮັບວັກຊີນກັນພະຍາດໂຄວິດ-19 ໄດ້.

ສຳລັບການສັກວັກຊີນໃນແຕ່ລະຄັ້ງ ແມ່ນໄດ້ມີການກະກຽມແພດໝໍ ໃຫ້ກັບຄົນທີ່ເຂົ້າມາສັກວັກຊີນ ເປັນຕົ້ນແມ່ນການຂຶ້ນທະບຽນ, ຊັກຖາມປະຫວັດ, ກວດສຸຂະພາບ, ກະກຽມສະຖານທີ່ຕິດຕາມອາການຫຼັງຮັບວັກຊີນ 30 ນາທີ ແລະ ອື່ນໆ, ທັ້ງນີ້ ກໍ່ເພື່ອຮັບປະກັນເປົ້າໝາຍຮັບວັກຊີນທີ່ໄດ້ກຳນົດໄວ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນຄວາມປອດໄພຂອງຜູ້ສັກວັກຊີນ.

About admins16