ປະທານກວດກາພັກ-ລັດແຂວງ ລົງຕິດຕາມ ຊຸກຍູ້ວຽກງານ ໜ່ວຍພັກບ້ານໂພນແພງ

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2021 ທີ່ຫ້ອງການກຸ່ມບ້ານທ່າແວ້ງ ເມືອງຄຳເກີດ ແຂວງບໍລິຄຳໄຊ ປະທານກວດກາພັກ-ລັດແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມໜ່ວຍພັກບ້ານໂພນແພງ ໂດຍການປັນປະທານຂອງ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ວິໄລ ສີສະມຸດ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ, ມີເລຂາພັກກຸ່ມ, ເລຂາພັກບ້ານ ພ້ອມດ້ວຍສະມະຊິກພັກພາຍໃນບ້ານ ເຂົ້າຮ່ວມ.

ຈຸດປະສົງໃນການລົງຕິດຕາມ-ຊຸກຍູ້ຄັ້ງນີ້ ກໍ່ເພື່ອນໍາເອົາບັນດານິຕິກໍາ ລົງເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານຜູ້ທີ່ເຮັດວຽກງານກວດກາພັກ-ລັດຂອງບ້ານ ໃຫ້ເຂົ້າໃຈຈະແຈ້ງ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ນິຕິກໍາທີ່ນໍາມາເຜີຍແຜ່ມີຄື: ວຽກງານກວດກາພັກ, ບາດກ້າວຂັ້ນຕອນຮ່ວມຊີວິດພັກ, ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານກວດກາລັດໃນການຕິດຕາມກວດກາການລົງທຶນ, ການຄົ້ນຄວ້າພິຈາລະນາແກ້ໄຂຄຳຮ້ອງຟ້ອງ-ຮ້ອງທຸກ ແລະ ຄຳສະເໜີ.

ທ່ານ ຄຳໝັ້ນ ໃບພະໄຊ ເລຂາພັກບ້ານໂພນແພງ ໄດ້ຂຶ້ນລາຍງານໂດຍຫຍໍ້ສະພາບລວມຂອງໜ່ວຍພັກບ້ານໂພນແພງ ວ່າ: ໜ່ວຍພັກບ້ານໂພນແພງ ເປັນໜ່ວຍພັກໜື່ງ ທີ່ຂຶ້ນກັບຄະນະພັກຮາກຖານກຸ່ມທ່າແວ້ງ ມີບົດບາດເປັນເສນາທິການໃຫ້ແກ່ຄະນະພັກຮາກຖານ ແລະ ຄະນະພັກຂັ້ນເທິງໃນການຊີ້ນຳ-ນຳພາ ຄຸ້ມຄອງການຈັດຕັ້ງສະມາຊິກພະນັກງານຂັ້ນບ້ານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.

ໜ່ວຍພັກປະກອບມີຄະນະພັກ 3 ສະຫາຍ, ມີສະມາຊິກພັກທັງໝົດ 26 ສະຫາຍ, ຍິງ 8 ສະຫາຍ, ຄະນະໜ່ວຍພັກໄດ້ນຳເອົາແນວທາງແຜນນະໂຍບາຍ, ມະຕິຄຳສັ່ງກົດລະບຽບຂອງພັກກົດໝາຍ ແລະ ລະບຽບການຕ່າງໆ ມາເຜີຍແຜ່ສຶກສາອົບຮົມໃຫ້ສະມາຊິກພັກເພື່ອກຳແໜ້ນ ຮູ້ ແລະເຂົ້າໃຈທິດທາງແຜນການເປັນອັນລະອຽດ.

About admin11