ຄຳເກີດ ຈັດກອງປະຊຸມຄະນະປັບປຸງກົງຈັກການຈັດຕັ້ງລັດຂັ້ນເມືອງ

ວັນທີ 17 ມີຖຸນາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຄະນະປັບປຸງ ກົງຈັກການຈັດຕັ້ງລັດ ຂັ້ນເມືອງຂຶ້ນ. ໂດຍການໃຫ້ກຽດເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ ເຂົ້າຮ່ວມ.

ກອງປະຊຸມ ໄດ້ເຊື່ອມຊຶມບັນດາເອກະສານ ຄື: ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບ ເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018 ວ່າດ້ວຍການປັບປຸງຄຸນນະພາບ ການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່, ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 33/ນຍ, ລົງວັນທີ 29 ພຶດສະພາ 2019 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງລັດ, ແຈ້ງການຂອງຄະນະປັບປຸງກົງຈັກການຈັດຕັ້ງລັດ ສະບັບ ເລກທີ 01/ຄປກລ, ລົງວັນທີ 2 ຕຸລາ 2019;,ຂໍ້ຕົກ ລົງຂອງເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 724/ຂບຊ, ລົງວັນທີ 03 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການປັບປຸງກົງຈັກຈັດຕັ້ງລັດ ຂັ້ນແຂວງ, ແຈ້ງການຂອງຄະນະປັບປຸງກົງຈັກການ ຈັດຕັ້ງລັດ ຂັ້ນແຂວງ ສະບັບເລກທີ 06/ຄປກລຂ, ລົງວັນທີ 11 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຂອງບັນດາພະແນກ, ອົງການຊ່ວຍວຽກຂັ້ນແຂວງ ແລະ ບັນດາເມືອງ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງລັດ ຂັ້ນເມືອງ.

ຈາກນັ້ນ ຜູ້ເຂົ້າຮ່ວມ ກອງປະຊຸມກໍ່ໄດ້ປຶກສາຫາລື ວຽກການປັບປຸງກົງຈັກການຈັດຕັ້ງຂັ້ນຂອງຕົນ ໃຫ້ມີຄວາມກະຈ່າງແຈ້ງ ເພື່ອນຳໄປຈັດຕັ້ງປະຕິບັດຕາມມະຕິ-ຄຳສັ່ງ.

ທ່ານປະທານໄດ້ມີຄຳເຫັນຊີ້ນຳຕໍ່ກັບກອງປະຊຸມວ່າ ໃຫ້ເອົາໃຈໃສ່ໃນການສຶກສາຄົ້ນຄ້ວາ ການໂຮມກັນຂອງບັນດາໜ່ວຍງານໃດໜຶ່ງ ທີ່ມີຄວາມເໝາະສົມ ແລະ ຈຳເປັນ, ເບິ່ງບັນດາກົງຈັກຊ່ວຍວຽກໃຫ້ມີຄວາມກະທັດຮັດ ແລະ ໄດ້ຄຸນນະພາບ, ກວດກາ, ຕິດຕາມໃຫ້ລະອຽດຕາມ ສິດ, ໜ້າທີ່ ແລະ ພາລະບົດບາດ, ຂອບເຂດໜ້າວຽກ, ສ້າງແຜນປັບປຸງກົງຈັກການຈັດຕັ້ງ ແລະ ຕ້ອງຮັບປະກັນການປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມສະຫງົບ, ມີຄວາມສາມັກຄີພາຍໃນ, ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.

About admin11