ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 4 ສະໄໝທີ III

ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຄັ້ງທີ 4 ສະໄໝທີ III ໄດ້ໄຂຂື້ນຢ່າງເປັນທາງການ ໃນລະຫວ່າງວັນທີ 07 – 08 ມິຖຸນາ 2021  ໂດຍການເປັນປະທານຂອງສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ບັນດາຄະນະພັກ-ຄະນະຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ຄະນະພັກ-ກອງບັນຊາການ ປກສ 07 ຕົວເມືອງ, ຄະນະໜ່ວຍພັກ ແລະ ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

ພາຍຫຼັງທີ່ສະຫາຍປະທານໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຫຼັງຈາກນັ້ນຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ກໍ່ໄດ້ພັດປ່ຽນກັນຂື້ນຜ່ານ ບົດສະຫຼຸບຜົນງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ຄັ້ງທີ 3 ສະໄໝທີ III ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ໃນໄລຍະ 03 ເດືອນຜ່ານມາ, ເຊີ່ງໄດ້ສະຫຼຸບຕີລາຄາຄືນ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງວາງທິດທາງແຜນການໄລຍະ 03 ເດືອນຕໍ່ໜ້າ, ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ.

ກອງປະຊຸມ ຍັງໄດ້ເຜີຍແຜ່ເຊື່ອມຊຶມເອກະສານ ຄໍາແນະນໍາ ຂອງກົມກວດກາ-ກວດການ ຂອງກະຊວງປ້ອງກັນຄວາມສະຫງົບ ເລກທີ 408/ກກ.ປກສ ລົງວັນທີ 20 ພືດສະພາ 2021 ກ່ຽວກັບການແຈ້ງຊັບສີນ ແລະ ລາຍຮັບຂອງກໍາລັງປ້ອງກັນຄວາມສະຫງົບ ປີ 2021, ເອກະສານບົດລາຍງານສະພາບການ ແລະ ໝາກຜົນການຮ່ວມມືລະຫວ່າງ ລາວ-ຫວຽດນາມ ປະຈໍາປີ 2020 ເພື່ອເຮັດໃຫ້ ສະມາຊິກພັກ, ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດບັດສີນທໍາປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ-ລັດ ກໍ່ຄືການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ.

ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 5643/ກປທ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ຊັ້ນ III ແລະ ໃບຍ້ອງຍໍ ໃຫ້ແກ່ກົມກອງລວມໝູ່, ບຸກຄົນຜູ້ທີ່ມີຜົນງານດີເດັ່ນໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ ໃນໄລຍະ 02 ປີຜ່ານມາ ຈໍານວນ 24 ສະຫາຍ, ຍິງ 02 ສະຫາຍ, ໃນນັ້ນ ມອບຫຼຽນໄຊພິລະອາດຫານ ຊັ້ນ III ຈໍານວນ 04 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ຈໍານວນ 10 ສະຫາຍ, ໃບຍ້ອງກົມໃຫຍ່ການເມືອງປ້ອງກັນປະເທດ ຈໍານວນ 10 ສະຫາຍ, ຍິງ 02 ສະຫາຍ, ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ຫ້ອງຕໍາຫຼວດ ປກສ ແຂວງ 01 ກົມກອງ ແລະ ຂໍ້ຕົກລົງວ່າດ້ວຍການປະຕິບັດວິໃນຕໍ່ນາຍ ແລະ ພົນຕໍາຫຼວດທີ່ເຮັດຜິດຕໍ່ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ ຈໍານວນ 04 ສະຫາຍ.

ໂອກາດດຽວກັນ ຍັງໄດ້ໃຫ້ກຽດຕ້ອນຮັບ ແລະ ຮັບຟັງຄໍາເຫັນໂອ້ລົມ ຈາກສະຫາຍ ປອ ກອງແກ້ວ ໄຊສົງຄົມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ເຊີ່ງສະຫາຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລີກເຊີ່ງ, ຮອບດ້ານ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່, ເພື່ອຍົກສູງບົດບາດການນໍາພາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຄະນະພັກ-ຄະນະບັນຊາທຸກ, ພະນັກງານ-ນັກຮົບ ທຸກຂັ້ນຕ້ອງເພີ່ມທະວີຄວາມສາມັກຄີເປັນປືກແຜ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງບົນພື້ນຖານແນວທາງ ແລະ ຫຼັກການຂອງພັກ, ສືບຕໍ່ຮັກສາມູນເຊື້ອທາດແທ້ຂອງການປະຕິວັດ, ມີຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ດັ່ງຄໍາເວົ້າຂອງທ່ານປະທານ ໄກສອນ ພົມວິຫານ ທີ່ວ່າ: ຢາກມີຄວາມສາມັກຄີ ທີ່ແໜ້ນແກ່ນ ຕ້ອງມີການຕໍ່ສູ້, ຕໍ່ສູ້ເພື່ອຄວາມສາມັກຄີ ແລະ ເພື່ອຄວາມປອດໃສຂາວສະອາດພາຍໃນພັກ.

About admin11