ກອງປະຊຸມ ປຶກສາຫາລື ວຽກງານຄຸ້ມຄອງປ້າຍໂຄສະນາໃນເທດສະບານເມືອງປາກຊັນ

ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານຄຸ້ມຄອງປ້າຍໂຄສະນາ ໃນເທດສະບານເມືອງປາກຊັນ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2011 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ.

ໃນກອງປະຊຸມ ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດການອອກອະນຸຍາດ, ການຄຸ້ມຄອງ ແລະ ເກັບລາຍຮັບຄ່າທຳນຽມປ້າຍ ພາຍໃນເທດສະບານເມືອງປາກຊັນ ເຫັນວ່າ ໄດ້ສຸມໃສ່ຫຼາຍວຽກງານທີ່ສຳຄັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນສຳເລັດ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ການອອກອະນຸຍາດ ແລະ ຄຸ້ມຄອງປ້າຍ ໂດຍໄດ້ມີການຄຸ້ມຄອງທາງດ້ານສະຖານທີ່, ມາດຕະຖານ ແລະ ເຕັກນິກການຕິດຕັ້ງປ້າຍ ເພື່ອຮັບປະກັນຄວາມປອດໄພ, ຈຸດທີ່ຕັ້ງ ແລະ ຂະໜາດທີ່ເໝາະສົມຂອງປ້າຍ, ອົງການ ພັດທະນາ ແລະ ບໍລິຫານຕົວເມືອງປາກຊັນ ຮັບຜິດຊອບການອອກອະນຸຍາດ ການຕິດຕັ້ງປ້າຍ ຂອບເຂດ 19 ບ້ານໃນເທດສະບານເມືອງປາກຊັນ ລວມທັງໝົດ 183 ປ້າຍ, ການເກັບຄ່າທໍານຽມ ແລະ ຄ່າບໍລິການຕິດຕັ້ງປ້າຍ ແມ່ນເກັບປີລະຄັ້ງ ໃນລາຄາປ້າຍລະ 60.000 ກີບ/ປີ ລາຍຮັບທີ່ເກັບໄດ້ ແມ່ນມອບເຂົ້າງົບປະມານຂອງລັດ.

ຫຼັງຈາກນັ້ນໃນກອງປະຊຸມ ຍັງໄດ້ມີການສະເໜີລາຍງານ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນການສ້າງຄວາມເຂົ້າໃຈ ໃຫ້ບັນດາຜູ້ປະກອບການ ກ່ຽວກັບການເສຍຄ່າທຳນຽມ ແລະ ແລະ ຄ່າບໍລິການ, ການປະສານສົບທົບລະຫວ່າງ ພາກສ່ວນກ່ຽວຂ້ອງໃນການເກັບຄ່າທຳນຽມປ້າຍ, ການເກັບກຳສະຖິຕິ, ການຈັດແບ່ງປະເພດຂອງປ້າຍ, ການແບ່ງຂັ້ນຄຸ້ມຄອງລະຫວ່າງຂັນແຂວງ ແລະ ເມືອງ ແລະ ອື່ນໆ.

ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ທ່ານປະທານກອງປະຊຸມຍັງໄດ້ເນັ້ນບາງວຽກງານສຳຄັນ ເປັນຕົ້ນແມ່ນການຜັນຂະຫຍາຍບັນດາລະບຽບກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງກັບການອອກອະນຸຍາດ, ການຄຸ້ມຄອງ, ການເກັບຄ່າທໍານຽມ ແລະ ຄ່າບໍລິການຕິດຕັ້ງປ້າຍ ໃຫ້ບັນດາຜູ້ປະກອບການ ຮັບຮູ້ ແລະ ເຂົ້າໃຈ, ໃຫ້ພາກສ່ວນທີ່ກ່ຽວຂ້ອງສ້າງນິຕິກຳ ກ່ຽວກັບຄຸ້ມຄອງປ້າຍ ໃຫ້ມີຄວາມລະອຽດຈະແຈ້ງ ແລະ ເໝາະສົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມເປັນເອກະພາບກັນ, ເພີ່ມທະວີການແບ່ງຂັ້ນຄຸ້ມຄອງ ລະຫວ່າງຂັນແຂວງ ແລະ ເມືອງ, ເອົາໃຈໃສ່ສ້າງກົນໄກການຄຸ້ມຄອງ ແລະ ການເກັບຄ່າທຳນຽມປ້າຍ ໃຫ້ມີຄວາມສະດວກ, ສຸມໃສ່ການເກັບກຳສະຖິຕິປ້າຍ ໃຫ້ລະອຽດຈະແຈ້ງ ເພື່ອເປັນຖານຂໍ້ມູນໃນການເກັບລາຍຮັບທີ່ຖືກຕ້ອງ ແລະ ອື່ນໆ.

About admins14