ຄວາມຄືບໜ້າຂອງແຜນງານພັດທະນາທ້ອງຖິ່ນ 4 ເມືອງເປົ້າໝາຍ ແຜນງານລາວ 030

ກອງປະຊຸມຄັ້ງທີ 5 ຂອງຄະນະຊີ້ນຳຂັ້ນແຂວງ ແຜນງານລາວ 030 ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ປະທານຄະນະຊີ້ນຳແຜນງານລາວ 030, ມີຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຮອງເຈົ້າເມືອງບໍລິຄັນ, ຄຳເກີດ, ວຽງທອງ ແລະ ໄຊຈຳພອນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານລຸກຊຳບວກ ໂດຍແນໃສ່ 3 ພາກສ່ວນຫຼັກ ຄື: ການພັດທະນາຊົນນະບົດ ລວມເຖິງລະບົບນ້ຳ ແລະ ປັບປຸງລະບົບສຸຂະອະນາໄມຂັ້ນບ້ານ, ດ້ານສາທາລະນະສຸກ ແລະ ດ້ານການພັດທະນາວິຊາຊີບ ສຸມໃສ່ການປັບປຸງເສດຖະກິດ-ສັງຄົມຂອງບັນດາຄອບຄົວທຸກຍາກໃນເຂດຊົນນະບົດ ພ້ອມດຽວກັບການປະຕິບັດກິດຈະກຳທີ່ແນໃສ່ຫຼຸດຜ່ອນຜົນກະທົບການປ່ຽນແປງດິນຟ້າອາກາດ.

ໄລຍະຜ່ານມາ ແຕ່ປີ 2018-2021 ມີທັງໝົດ 503 ກິດຈະກໍາ ປະຕິບັດສໍາເລັດ 109 ແລະ ກໍາລັງຈັດຕັ້ງ 92 ກິດຈະກໍາ ໃນນັ້ນ ເມືອງບໍລິຄັນ 136 ກິດຈະກໍາ ສໍາເລັດ 47, ເມືອງຄໍາເກີດ 149 ສຳເລັດ 61, ເມືອງວຽງທອງ 136 ສຳເລັດ 35 ແລະ ເມືອງໄຊຈຳພອນ 82 ສໍາເລັດ 35 ກິດຈະກໍາ, ກິດຈະກຳ IDF ຈໍານວນ 35 ໂຄງການ: ເມືອງບໍລິຄັນ 11 ໂຄງການ ສຳເລັດໝົດແລ້ວ ໃນນັ້ນມີ ໂຮງຮຽນ 7 ຫຼັງ, ຫໍພັກນັກສຶກສາ 1, ລະບົບນ້ຳລິນ 1, ຕະຫຼາດ 1, ຂົວຂ້າມນ້ຳ 1, ວຽງທອງ 14 ໂຄງການ ສໍາເລັດ 13 ກໍາລັງຈັດຕັ້ງ 1 ມີ: ໂຮງຮຽນ 11 ຫຼັງ, ຫໍພັກນັກສຶກສາ 1, ລະບົບນໍ້າລິນ 2, ຄຳເກີດ 8 ກິດຈະກຳ ສຳເລັດ 6 ກຳລັງດຳເນີນ 2 ມີ: ໂຮງຮຽນ 4 ຫຼັງ, ຫໍພັກນັກສຶກສາ 1, ລະບົບນ້ຳລິນ 3 ແລະ ເມືອງໄຊຈຳພອນ 2 ໂຄງການ ສຳເລັດໝົດແລ້ວ ມີຫໍພັກນັກສຶກສາ, ລະບົບນ້ຳລິນ. ວຽກງານກອງທຶນພັດທະນາບ້ານ ປະຕິບັດສຳເລັດແລ້ວ 867 ແລະ ກໍາລັງຈັດຕັ້ງປະຕິບັດ ກອງທຶນສິນເຊື່ອຢູ່ 63 ບ້ານເປົ້າໝາຍ.

ພ້ອມນີ້ ກອງປະຊຸມຍັງໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ເປັນຕົ້ນແມ່ນ ປັບປຸງທີມງານໃຫ້ສອດຄ່ອງກັບປະລິມານໜ້າວຽກ ແລະ ບ້ານເປົ້າໝາຍ, ມີແຜນການດຳເນີນກິດຈະການທີ່ຊັດເຈນ, ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດກິດຈະກຳ, ລົງຕິດຕາມຊຸກຍູ້ໃຫ້ຄຳແນະນຳກັບບ້ານ ແລະ ຊ່ວຍເຫຼືອການເຮັດບົດສະຫຼຸບລາຍງານຕ່າງໆ ເພື່ອຈະໄດ້ພ້ອມກັນປະຕິບັດໃຫ້ໄດ້ຮັບຜົນສຳເລັດຂອງບັນດາກິດຈະກຳທີ່ຍັງຄົງຄ້າງ.

About admins16