ກຸ່ມປູກຜັກອິນຊີ ບ້ານຫົວນາ ໄດ້ຮັບການສົ່ງເສີມດ້ານການຜະລິດກະສິກຳ ມູນຄ່າ 25 ລ້ານກ່ວາກີບ

ພິທີມອບຜ້າຢາງ ແລະ ຈັກຂຸດດີນ ໃຫ້ກຸ່ມປຸກຜັກອີນຊີ ບ້ານ ຫົວນາ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ່ 8 ມິຖຸນາ 2021 ຢູ່ທີ່ສວນຜັກອີນຊີບ້ານຫົວນາ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ໂດຍມີການນຳຂັ້ນເມືອງ ແລະ ອໍານາດການປົກຄອງບ້ານ ພ້ອມດ້ວຍສໍາມະຊິກກຸ່ມປຸກຜັກອີນຊີຢູ່ເຂດດັ່ງກ່າວ ເຂົ້າຮ່ວມ.

ຈຸດປະສົງທີ່ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ນໍາເອົາຜ້າຢາງ ແລະ ຈັກຂຸດດີນ ມາມອບໃຫ້ກຸຸ່ມປູກຜັກອີນຊີໃນຄັ້ງນີ້ ແມ່ນເພື່ອເປັນການຊຸຸກຍູ້ສົ່ງເສີມ ວຽກງານການຜະລິດກະສິກໍາຢູ່ເຂດບ້ານດັ່ງກ່າວ ໃຫ້ມີການເຕີບໃຫຍ່ຂະຍາຍຕົວຂື້ນຢ່າງບໍ່ຢຸຸດຢັ້ງ, ນອກນັ້ນ ຍັງເປັນການສ້າງອາຊີບໃຫ້ພໍ່ແມ່ປະຊາຊົນ ໄດ້ມີວຽກເຮັດງານທໍາ ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກແຕ່ລະໄລຍະ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີ ຜ້າຢາງມຸງສວນຜັກຈໍານວນ 4 ກໍ້, ຈັກຂຸດດີນ 1 ເຄື່ອງພ້ອມດ້ວຍອຸປະກອນຄົບຊຸດ ລວມມູນຄ່າທັງໝົດ 25 ລ້ານກ່ວາກີບ, ສໍາລັບງົບປະມານແມ່ນໄດ້ມາຈາກແຜນພື້ນຟູໂຄງການໄພພິບັດປະຈໍາປີ 2019 ຂອງແຂວງບໍລິຄໍາໄຊ.

About admin11