ມວນຊົນເມືອງປາກກະດິງ ໄດ້ຮັບວັກຊີນຄົບ 2 ເຂັມແລ້ວ 3.653 ຄົນ

ທ່ານ ດຣ ຂັນທອງ ວົງໂກສີ ຫົວໜ້າຫ້ອງການສາທາລະນະສຸກ ເມືອງປາກກະດິງ ໄດ້ໃຫ້ສຳຜາດໃນວັນທີ 28 ມິຖຸນາ 2021 ວ່າ: ຂະບວນການສັກວັກຊີນ ເພື່ອສ້າງພູມຕ້ານທານຕໍ່ການຕິດເຊື້ອພະຍາດ ໂຄວິດ-19 ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງປະຕິບັດຜ່ານມາແລ້ວ 2 ຊຸດ, ເຊີ່ງມີຜູ້ໄດ້ຮັບວັກຊີນແລ້ວ 1 ເຂັມ ຈຳນວນ 4.251 ຄົນ ແລະ ໄດ້ຮັບວັກຊີນຄົບ 2 ເຂັມແລ້ວຈຳນວນ 3.653 ຄົນ ເທົ່າກັບ 10% ຂອງກຸ່ມຄົນເປົ້າໝາຍ ອາຍຸ 18 ຫາ 60 ປີ.

ໃນລະຫວ່າງວັນທີ 28 ຫາ 30 ມິຖຸນາ 2021 ຢູ່ທີ່ໂຮງໝໍຊຸມຊົນເມືອງປາກກະດິງ ກໍ່ໄດ້ເປີດກ້ວາງຂະບວນການສັກວັກຊີນ ຊຸດທີ 3 ຂື້ນ, ໂດຍມີ: ວັກຊີນ ຊີໂນຟາມ ແລະ ແອັດຕ່າເຊນີກ່າ ລວມຈຳນວນ 1.000 ໂດສ໌ ທີ່ໄດ້ຮັບການແບ່ງປັນຈາກກະຊວງສາທາລະນະສຸກ ເຊີ່ງຕາມແຜນປີ 2021 ຕ້ອງສັກວັກຊີນເພື່ອສ້າງພູມຕ້ານທານຕໍ່ການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວປະເທດ ກໍ່ຄືເມືອງປາກກະດິງໃຫ້ໄດ້ 50% ຂອງກຸ່ມຄົນເປົ້າໝາຍ.

ໂດຍລວມແລ້ວ ຂະບວນການສັກວັກຊີນຢູ່ທີ່ໂຮງໝໍຊຸມຊົນເມືອງປາກກະດິງ ມວນຊົນຈຳນວນຫຼວງຫຼາຍມີຄວາມຕື່ນຕົວ ພາກັນມາຮັບວັກຊີນ ເພື່ອສ້າງພູມຕ້ານທານຕໍ່ການຕິດເຊື້ອພະຍາດ ໂຄວິດ-19.

ຄຽງຄູ່ກັນນີ້ ກໍ່ຍັງໄດ້ແນະນຳໃຫ້ທຸກຄົນທີ່ມາໃຊ້ບໍລິການ ປະຕິບັດມາດຕະການເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະແມ່ນທຸກຄົນຕ້ອງພະຍາຍາມຮັກສາໄລຍະຫ່າງ ແລະ ໃສ່ຜ້າອັດປາກ-ດັງ ເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນໃຫ້ມີຄວາມປອດໄພ.

About admin11