ພະນັກງານຂົງເຂດການເມືອງ ຈັດກອງປະຊຸມຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ

ໃນຕອນບ່າຍຂອງວັນທີ 21 ມີຖຸນາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ພະນັກງານຂົງເຂດການເມືອງ ໄດ້ຈັດກອງປະຊຸມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກພະນັກງານຂັ້ນເມືອງ, ມີພະນັກງານລັດຖະກອນ, ສະມາຊິກພັກທົ່ວຂົງເຂດການເມືອງ ເຂົ້າຮ່ວມ.

ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຊື່ອມຊືມບັນດາເອກະສານຕ່າງໆ ໂດຍສະເພາະແມ່ນຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 03/ລບ ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃຫມ່, ມະຕິຂອງຄະນະປະຈຳພັກແຂວງເລກທີ 824/ຄປຂບຊ ວ່າດ້ວຍການຂື້ນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ, ມະຕິຂອງຄະນະປະຈໍາພັກແຂວງເລກທີ 825/ຄປຂບຊ ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ, ຄຳແນະນໍາຂອງຄະນະຈັດຕັ້ງເເຂວງເລກທີ 0568/ຄຈ.ຂບຊ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງຄະນະປະຈໍາພັກແຂວງ ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ, ແນະນໍານິຕິກໍາການປະເມີນມາດຕະຖານການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ, 47 ຕົວຊີ້ບອກ.

ຈາກນັ້ນ ກໍ່ໄດ້ຢາຍບັດທາບທາມ, ແນະນຳວິທີການທາບທາມ ແລະ ດໍາເນີນການທາບທາມເພື່ອຄັດເລືອກຈັດວາງຜູ້ທີມີແນວຄິດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດ ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ.

About admin11