ບໍລິຄຳໄຊ ເຂັ້ມງວດໃນການປ້ອງກັນການລັບລອບເຂົ້າເມືອງບໍ່ຖືກຕ້ອງ

ເພຶ່ອເປັນການສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ສະກັດກັ້ນ ພົນລະເມືອງທີ່ລັກເຂົ້າ-ອອກ ລຽບຕາມຊາຍແດນຢ່າງເຂັ້ມງວດ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ລາຍຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ທີ່ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ປະຕິບັດຕາມມະຕິ, ຄຳສັ່ງ ແລະ ແຈ້ງການ ຂອງຂັ້ນເທິງຢ່າງເຂັ້ມງວດ ແລະ ໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ການລົງຕິດຕາມ, ຊີ້ນຳບັນດາດ່ານ, ປກສ ເມືອງ ທີ່ມີຊາຍແດນຕິດກັບຕ່າງປະເທດ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ສະກັດກັ້ນ ພົນລະເມືອງທີ່ລັກເຂົ້າ-ອອກ ລຽບຕາມຊາຍແດນ, ແຈ້ງປິດດ່ານປະເພນີໃນທົ່ວແຂວງຊົ່ວຄາວ ໃນການເຂົ້າ-ອອກຂອງພົນລະເມືອງ ແລະ ພາຫະນະທຸກປະເພດ, ພ້ອມກັນນັ້ນ ກໍ່ໄດ້ຍັງໄດ້ຊີ້ນຳພະນັກງານວິຊາສະເພາະ ທີ່ປະຈຳຢູ່ດ່ານ, ປກສ ກຸ່ມບ້ານ ສົມທົບກັບກຳລັງທະຫານ, ອຳນາດການປົກຄອງບ້ານ ເອົາໃຈໃສ່ໃນການປ້ອງກັນເວັນຍາມ, ອອກກວດກາ, ລາດຕະເວນຕາມແນວຊາຍແດນ, ກວດກາ, ຕິດຕາມການລັກລອບເຂົ້າ-ອອກເມືອງ ແລະ ວຽກງານອື່ນໆ.

ໃນຊ່ວງໄລຍະວັນທີ 13 ເມສາ ຫາ 26 ພຶດສະພາ ມີປະຊາຊົນລາວລັກຂ້າມມາແຕ່ປະເທໄທ 6 ຄົນ, ຍິງ 5 ຄົນ, ທັງໝົດແມ່ນໄດ້ນຳເຂົ້າສູນກັກກັນ ແລະ ກວດກາເຊື້ອ ເຊິ່ງມີຜູ້ຕິດເຊື້ອ 1 ຄົນ ຄືກໍລະນີທີ 58, ຫຼັງຈາກຄົບກຳນົດການກັກກັນ ແລະ ປິ່ນປົວຫານດີແລ້ວ ໄດ້ນຳມາດຳເນີນຄະດີຕາມລະບຽບກົດໝາຍ ແລະ ໄດ້ດຳເນີນຄະດີ ກັບຜູ້ທີ່ລັກເອົາເຮືອຂ້າມເອົາແຮງງານເຂົ້າມາໂດຍບໍ່ຖືກຕ້ອງ 5 ກໍລະນີ.

ແຕ່ວັນທີ 3-26 ພຶດສະພາ ເຈົ້າໜ້າທີ່ປະຈຳດ່ານສາກົນປາກຊັນ ໄດ້ຮັບແຮງງານລາວ (ປະຊາຊົນແຂວງບໍລິຄຳໄຊ) ທີ່ໄປເຮັດວຽກຢູ່ປະເທດໄທ ເພື່ອກັບຄືນປະເທດ ຈຳນວນ 139 ຄົນ, ຍິງ 114 ຄົນ, ມີເອກະສານຖືກຕ້ອງ 16 ຄົນ, ຍິງ 15 ຄົນ, ຈຳນວນດັ່ງກ່າວໄດ້ມອບໃຫ້ບັນດາເມືອງນຳຕົວເຂົ້າສູນກັກກັນ ແລະ ກວດຫາເຊື້ອຕາມລະບຽບການ.

About admins14