ຄຳເກີດ ຈັດປະຊຸມວຽກງານກອງທຶນພັດທະນາບ້ານ ຂອງແຜນງານລາວ/030

ຕອນເຊົ້າຂອງວັນທີ 9 ມິຖຸນາ 2021 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ໄດ້ຈັດກອງປະຊຸມວຽກງານກອງທຶນພັດທະນາບ້ານ ຂອງແຜນງານລາວ/030 ໂດຍການເປັນປະທານຂອງ ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ ຜູ້ຊີ້ນຳວຽກງານ ແຜນງານລາວ/030 ປະຈຳເມືອງ, ມີຫົວຫນ້າຫ້ອງການ, ວິຊາການບັນດາຫ້ອງການເປົ້າຫມາຍ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ຄຳປັນ ໄຊຍະວົງ ຫົວຫນ້າຫ້ອງການແຜນ ການ ແລະ ການລົງທຶນເມືອງ ຜູ້ປະສານງານແຜນງານລາວ/030 ໄດ້ຂຶ້ນນຳສະເໜີຜົນຂອງກອງປະຊຸມຄະນະຊີ້ນຳຂັ້ນແຂວງ ໃນຄັ້ງວັນທີ 3 ມິຖຸນາ 2021 ແລະ ສະເໜີຊີ້ແຈງບັນດາກິດຈະກຳທີ່ປະຕິບັນສຳເລັດ, ກິດຈະກຳທີ່ກຳລັງປະຕິບັດ ແລະ ກິດຈະກຳທີ່ຍັງຄ້າງ.

ແຜນກິດຈະກຳກອງທຶນພັດທະນາບ້ານ ແຜນງານລາວ/030 ປີ 2020-2021 ທົ່ວເມືອງມີທັງໝົດ 27 ບ້ານ 89 ກິດຈະກຳ ມີມູນຄ່າ 3 ຕື້ 110 ລ້ານກວ່າກີບ ອະນຸມັດແລ້ວ 1 ຕື້ 720 ລ້ານກວ່າກີບ, ໃນນັ້ນ ມີແຜນກິດຈະກຳພັດທະນາບ້ານຂອງຂະແໜງສາທາລະນະສຸກ ມີ 18 ບ້ານ 19 ກິດຈະກຳ, ຂະແໜງ ໂຍທາທິການ ແລະ ຂົນສົ່ງ ມີ 24 ບ້ານ 32 ກິດຈະກຳ, ຂະແໜງສຶກສາ ມີ 18 ບ້ານ 26 ກິດຈະກຳ, ຂະແໜງຖະແຫຼງຂ່າວ ມີ 6 ບ້ານ 6 ກິດຈະກຳ ແລະ ຂະແໜງກະສິກຳ ແລະ ປ່າໄມ້ ມີ 7 ບ້ານ 7 ກິດຈະກຳ.

ຈາກນັ້ນ ຕາງໜ້າແຕ່ລະຂະແໜງການ ກໍ່ໄດ້ຂຶ້ນປະກອບຄຳຄິດເຫັນໃສ່ແຜນປີ 2020-2021 ເພື່ອແລກປ່ຽນຄວາມຄິດເຫັນໃນແຕ່ລະຂະແໜງການຢ່າງກົງໄປກົງມາ ໂດຍແນໃສ່ເຮັດໃຫ້ແຜນງານຂອງຕົນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບສູງຂຶ້ນ.

About admin11