ແຜນການ – ການລົງທຶນ 7 ເມືອງ ຈັດອົບຮົມຄວາມຮູ້ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ

ໃນຕອນເຊົ້າວັນທີ 22 ມິຖຸນາ 2021 ທີ່ຫ້ອງປະຊຸມຫ້ອງການ-ການເງີນເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ພະນັກງານຫ້ອງການແຜນການ-ການລົງທຶນ 7 ເມືອງທົ່ວແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄໍາໄຊ ມີຫົວໜ້າ-ຮອງຫ້ອງການ ແຜນການ ແລະ ການລົງທຶນເມືອງ, ພະນັກງານວິຊາການ ຂະແໜງການທີ່ກ່ຽວຂ້ອງ 7 ເມືອງ ເຂົ້າຮ່ວມ.

ເອກະສານທີ່ນໍາມາຝຶກໃນຄັ້ງນີ້ປະກອບມີ ຂໍ້ຫ້າມຂອງພະນັກງານແຜນການ ແລະ ການລົງທຶນ, ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດກ່ຽວກັບວຽກງານກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄວາມຮູ້ພື້ນຖານກ່ຽວກັບວຽກສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຍຸດທະສາດການຕ້ານສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ, ລາຍຮັບຂອງພະນັກງານລັດຖະກອນ, ຄວາມຮູ້ພື້ນຖານກ່ຽວກັບການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ.

ຈຸດປະສົງ ການຈັດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອໃຫ້ພະນັກງານລັດຖະກອນທົ່ວແຂວງ ໃຫ້ຮູ້ ແລະ ເຂົ້າໃຈໃນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທັງເປັນການສ້າງປະຖົມປັດໃຈທີ່ສໍາຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການສ້າງລັດແຫ່ງກົດໝາຍ ແລະ ຮັບປະກັນໃຫ້ແກ່ການປະຕິບັດບັນດາຄາດໝາຍສະຫັດສະຫວັດດ້ານການພັດທະນາເປັນກ້າວໆ.

ການຈັດຝຶກອົບຮົມດັ່ງກ່າວແມ່ນຈະໃຊ້ເວລາຢູ່ 4 ວັນ ແຕ່ວັນທີ 22 – 25 ມິຖຸນາ 2021ຈຶ່ງສໍາເລັດ.

About admin11