ກອງປະຊຸມ ເປີດໂຕຍຸດທະສາດການພັດທະນາຊາວຫນຸ່ມ-ເຍົາວະຊົນ ປີ 2021-2030

ກອງປະຊຸມທາງໄກເປີດໂຕຍຸດທະສາດການພັດທະນາຊາວຫນຸ່ມ-ເຍົາວະຊົນ ປີ 2021-2030 ຜ່ານລະບົບວີດີໂອຄອນເຟຣັ້ນ ລະຫວ່າງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2021 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ອາລຸນໄຊ ສຸນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຄະນະບໍລິຫານງານຊາວໜຸ່ມແຂວງທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ສ່ວນແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ.

ກອງປະຊຸມໄດ້ຮັບຟັງການລາຍງານຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຊາວຫນຸ່ມ-ເຍົາວະຊົນ ແລະ ຄໍາແນະນໍາສໍາລັບການຕອບໂຕ້, ການມີສ່ວນຮ່ວມຂອງຊາວໜຸ່ມ ໃນການຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19, ການໂຄສະນາປູກຈິດສໍານຶກ ໃນການລະດົມຄວາມຊ່ວຍເຫືອດ້ານວັດຖຸອຸປະກອນ ເພື່ອຊ່ວຍເຫຼືອຊາວໜຸ່ມຜູ້ດ້ອຍໂອກາດ, ຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ ທາງດ້ານສຸຂະພາບ, ການສຶກສາ, ການຈ້າງງານ, ການປົກປ້ອງ, ການມີສ່ວນຮ່ວມ ແລະ ຍຸດທະສາດການຈັດຕັ້ງປະຕິບັດ ແລະ ຂະບວນການເຂົ້າຮ່ວມຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

About admins14