ຫຼາຍພາກສ່ວນ ສົມທົບທຶນກໍ່ສ້າງເສັ້ນທາງເບຕົງຮ່ວມໃຈ 3 ບ້ານເທດສະບານ ເມືອງບໍລິຄັນ

ໃນຕອນແລງຂອງວັນທີ 25 ມິຖຸນາ 2021 ຢູ່ຫ້ອງການບ້ານ ໂພນມຸງຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດພິທີ່ມອບ-ຮັບທຶນສົມທົບປະກອບສ່ວນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງຮ່ວມໃຈ ພາຍໃນ 3 ບ້ານ ເທດສະບານເມືອງບໍລິຄັນ, ໃຫ້ກຽດຮັບໂດຍນາຍບ້ານໂພນມຸງຄຸນ, ວັດທາດ ແລະ ບ້ານນາແຫນ ໂດຍມີ ທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ, ຄະນະບໍລິຫານງານພັກເມືອງ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບພາສ່ວນທີ່ນຳປະກອບທຶນສົມທົບໃນຄັ້ງນີ້ ປະກອບມີຄະນະປະຈຳພັກເມືອງບໍລິຄັນ ປະກອບສ່ວນຊີມັງທ່ານລະ 1 ໂຕ່ນ, ທ່ານ ບຸນລ້ຽງ ດວງສະເພົາທອງ ຕາງໜ້າກູ່ມສ່ຽວຮັກສ່ຽວແພງ ປະກອບສ່ວນຊີມັງ 20 ໂຕ່ນ ມູນຄ່າ 12.400.000 ກີບ, ທ່ານ ຂັນແກ້ວ ວິໄລວັນ ຕ່າງໜ້າກູ່ມເພື່ອນບໍ່ເຄີຍຖີ້ມກັນ ມອບເງິນສົດ 1.300.000 ກີບ ແລະ ກູ່ມນັກສຶກສາໂຮງຮຽນເອເລັກໂທນິກ ມອບເງິນສົດ 1.340.000 ກີບ, ຂົງເຂດເສດຖະກິດຫ້ອງການທີ່ຂື້ນກັບອົງການປົກຄອງເມືອງບໍລິຄັນ ມອບຊີມັງຂະແໜງລະ 1 ໂຕ່ນ, ຫ້ອງການຍຸຕິທໍາເມືອງ ຊີມັງ 1ໂຕ່ນ, ອົງການຈັດຕັ້ງພາຄີ ແລະ ຂົງເຂດວັດທະນາທຳເມືອງ ມອບຊີມັງ 3 ໂຕ່ນ, ທ່ານ ຄອນປະເສີດ ຫຼວງສຸວັນນະວົງ ຊີມັງ 5 ໂຕ່ນ ແລະ ຄອບຄົວທ່ານ ນາງ ຂັນແກ້ວ ປະກອບສ່ວນຊີມັງ 1 ໂຕ່ນ.

ມາຮອດປະຈຸບັນ ພາກສ່ວນຕ່າງໆ ທັງພາກລັດ, ຜູ້ປະກອບການທຸລະກິດ ແລະ ນິຕິບຸກຄົນ ທີ່ໄດ້ປະກອບສ່ວນເປັນວັດຖຸ ແລະ ເງິນສົດ ລວມມູນຄ່າທັງໝົດ 61.640.000 ກີບ.

ຕໍ່ກັບຜົນງານການປະກອບສ່ວນທຶນສົມທົບການກໍ່ສ້າງເສັ້ນທາງເບຕົງຮ່ວມໃຈ ຈາກພາກລັດ, ວິສາຫະກິດ, ນິຕິບຸກຄົນເຂົ້າໃນວຽກງານລວມ ເຈົ້າເມືອງບໍລິຄັນຍັງໄດ້ຕົກລົງ ມອບໃບຍ້ອງຍໍ ແລະ ໃບຂອບໃຈ ໃຫ້ພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນໃນຄັ້ງນີ້ຢ່າງສົມກຽດ.

ໂອກາດນີ້ ທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ ຕາງໜ້າໃຫ້ຄະນະບໍລິຫານງານພັກເມືອງ, ອຳນາດການປົກຄອງທັງ 3 ບ້ານ ກໍ່ຄືຕາງໜ້າໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານນາແຫນ , ວັດທາດ ແລະ ບ້ານ ໂພນມຸງຄຸນ ໄດ້ກ່າວຄວາມຂອບໃຈ, ຍ້ອງຍໍຊົມເຊີຍ ມາຍັງອົງການປົກຄອງແຂວງ, ອົງການປົກຄອງເມືອງ, ພາກສ່ວນທຸລະກິດ, ສ່ວນບຸກຄົນ ທີ່ໄດ້ສະຫຼະດ້ານການລະດົມທຶນ, ສະຫຼະທຶນຮອນສ່ວນຕົວເຂົ້າໃນວຽກງານລວມ ພ້ອມແລ້ວທີ່ຈະນຳເອົາວັດຖຸ, ປັດໃຈ ຈຳນວນດັ່ກ່າວນັ້ນ ສົມທົບກັບອຳນາດການປົກຄອງຂັ້ນບ້ານ ນໍາໃຊ້ເຂົ້າໃນວຽກງານກໍ່ສ້າງເສັ້ນທາງໃຫ້ເກີດດອກອອກຜົນຕາມຄາດໝາຍທີ່ວາງໄວ້.

ໂຄງການກໍ່ສ້າງເສັ້ນທາງເບຕົງຮ່ວມໃຈ 3 ບ້ານເທດສະບານເມືອງບໍລິຄັນ ມີຄວາມຍາວ 1.600 ແມັດ, ກວ້າງ 6 ແມັດ, ໜາ 15 ຊັງຕີແມັດ, ໃນນັ້ນ ບ້ານນາແຫນມີຄວາມຍາວ 390 ແມັດ ມາຮອດປະຈຸບັນກໍ່ສ້າງສຳເລັດແລ້ວ 40%, ບ້ານ ວັດທາດຍາວ 290 ແມັດ ກໍ່ສ້າງສໍາເລັດແລ້ວປະມານ 24% ແລະ ສໍໍາລັບບ້ານໂພນມຸງຄຸນມີຄວາມຍາວ 920 ແມັດ ຈະລົງມືກໍ່ສ້າງໃນທ້າຍເດືອນມິຖຸນາ 2021 ນີ້.

About admins14