ເມືອງປາກກະດິງ ຈັດການສອບເສັງ ຈົບຊັ້ນປະຖົມ

ພິທີເປີດບັ້ນສອບເສັງ ຈົບຊັ້ນປະຖົມສຶກສາ ປ5 ທົ່ວເມືອງປາກກະດິງ ປະຈຳສົກຮຽນ 2020-2021 ຄັ້ງວັນທີ 29 ແລະ 30 ມິຖຸນາ 2021 ໄດ້ຈັດຂື້ນໃນຕອນບ່າຍວັນທີ 28 ມິຖຸນາ ຢູ່ທີ່ໂຮງຮຽນປະຖົມສົມບູນໂພນງາມ. ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ ແລະ ການປົກຄອງ, ທ່ານເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະບ້ານໂພນຈະເລີນ, ຄະນະກຳມະການຮັບຜິດຊອບການສອບເສັງ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທົ່ວເມືອງປາກກະດິງມີນັກສອບເສັງໃນທະບຽນທັງໝົດ 1.004 ນ້ອງ, ຍິງ 516 ນ້ອງ. ເຊີ່ງໄດ້ແບ່ງອອກເປັນ 6 ສູນສອບເສັງ ຄື: ສູນສອບເສັງກຸ່ມປາກກະດິງ, ສູນສອບເສັງກຸ່ມໂພນສີ, ສູນສອບເສັງກຸ່ມນາເຄືອ, ສູນສອບເສັງກຸ່ມກອງຄຳ, ສູນສອບເສັງກຸ່ມບຸ່ງກວາງ ແລະ ສູນສອບເສັງກຸ່ມບ້ານຊອດ, ແຕ່ລະຫ້ອງສອບເສັງປະກອບມີຄະນະກຳມະການຍາມ 2 ທ່ານ.

About admin11