ກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ຄັ້ງທີ 5

ກອງປະຊຸມທາງໄກຜ່ານລະບົບ ວີດີໂອ ຄອນເຟີເລັນ ຂອງໜ່ວຍປະສານງານປະຈຳພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ຄັ້ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງບຶງການ ຣາຊາອານາຈັກໄທ ໄດ້ໄຂຂື້ນ ໃນວັນທີ 15 ມິຖຸນາ 2021 ທີ່ດ່ານສາກົນປາກຊັນ, ຝ່າຍລາວນຳໂດຍທ່ານ ພັນໂທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຮອງຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ ພ້ອມຄະນະ ແລະ ຝ່າຍຣາຊາອານາຈັກໄທ ນຳໂດຍທ່ານ ພົນຕໍາຫຼວດຕີ ສົມສັກ ຄົງໄພບຸນ ຫົວໜ້າຜູ້ບັງຄັບການຕຳຫຼວດພູທອນແຂວງບຶງການ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ແຂວງບຶງການ ພ້ອມຄະນະ.

ກອງປະຊຸມ ທັງສອງຝ່າຍກໍ່ໄດ້ພັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກ ງານໄລຍະ 03 ເດືອນຜ່ານມາໃຫ້ກັນ ແລະ ກັນຮັບຊາບ, ໃນນັ້ນ ໜ່ວຍປະສານງານ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ໄດ້ຈັດຕັ້ງພະນັກງານວິຊາສະເພາະລົງຕິດຕາມ, ກວດກາ, ລາດຕະເວນ ເພື່ອສະກັດກັ້ນ ແລະ ປາບປາມຢາເສບຕິດ, ສາມາດມ້າງຄະດີໄດ້ 02 ເລື່ອງ, ຢຶດຂອງກາງ ປະເພດ ຢາບ້າໄດ້ 46.000 ເມັດ, ກັກຜູ້ຖືກຫາໄດ້ 03 ຄົນ, ຍິງ 01 ຄົນ.

ໂອກາດດຽວກັນ ບັນດາຜູ້ແທນກອງປະຊຸມກໍ່ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ບົນພື້ນຖານລະບຽບຫຼັກການ, ຄວາມສາມັກຄີ, ການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງ 02 ແຂວງ, 02 ປະເທດ ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແລະ ປະສານສົມທົບຮ່ວມມືກັນໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຕາມຊາຍແດນລາວ-ໄທ ເພື່ອບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ.

ສ່ວນທິດທາງແຜນການໃນຕໍ່ໜ້າທັງ 2 ຝ່າຍຈະສືບຕໍ່ປະສານສົມທົບຮ່ວມມືກັນໃນການເຄື່ອນໄຫວວຽກງານວິຊາສະເພາະ, ການສືບຂ່າວ, ເກັບກໍາສະພາບ, ລົງກວດກາຈຸດຂ້າມລອຍ, ອອກກວດກາລາດຕະເວນທາງບົກ ແລະ ທາງນໍ້າຮ່ວມກັນ, ໃນກໍລະນີມີບັນຫາໃດໜື່ງທີ່ເກີດຂື້ນໃນຂອບເຂດບໍລິເວນຊາຍແດນ 2 ຝ່າຍຈະປະສານສົມທົບປືກສາຫາລືເພື່ອພ້ອມກັນແກ້ໄຂໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງ ບົນພື້ນຖານລະບຽບຫຼັກການ ແລະ ກົດໝາຍຂອງ 2 ປະເທດ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ບັນຫາອາດສະຍາກໍາຂ້າມຊາດ, ການຄ້າ-ຂາຍຢາເສບຕິດ, ຄ້າ-ຂາຍເຖື່ອນ, ການເຄື່ອນຍ້າຍຊັບພະຍາກອນທໍາມະຊາດທີ່ຜິດຕໍ່ລະບຽບກົດໝາຍ ແນ່ໃສ່ເຮັດໃຫ້ບໍລິເວນຂອບເຂດຊາຍແດນຂອງ 02 ແຂວງ ບໍລິຄໍາໄຊ-ບຶງການ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂື້ນເລື້ອຍໆ.

About admin11