ບໍລິສັດໂຄຄາ ໂຄລາ ບອຕຕລິງ ຈຳກັດ ມອບນ້ຳດື່ມ-ນ້ຳຫວານ ໃຫ້ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19

ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນວັນທີ 2 ມິຖຸນາ 2021 ຢູ່ຫ້ອງວ່າການແຂວງ ບໍລິສັດ ໂຄຄາ ໂຄລາ ບອຕຕລິງ ຈຳກັດ ( Coca Cola ) ໄດ້ນໍ້າເອົານໍ້າດື່ມ-ນ້ຳຫວານ ຈຳນວນໜຶ່ງ ມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າບໍລິສັດ ມອບໂດຍທ່ານ ບຸນຫຼາຍ ລັດຕະນະ ຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ທັງເປັນປະທານຄະນະກຳມະການສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໂດຍມີ ພະນັກງານວິຊາການທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບດ້ວຍ: ນ້ຳດື່ມ ນ້ຳທິບ 250 ແພັກ, ນໍ້າໂຄກ 130 ແພັກ, ນໍ້າສໄປຣ 70 ແພັກ ມູນຄ່າ 11.950.000 ກີບ.

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຍັງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄຳໄຊ ໄດ້ມອບໃບຊົມເຊີຍ ໃຫ້ແກ່ບໍລິສັດດັ່ງກ່າວ ທີ່ມີຜົນງານໃນການປະກອບສ່ວນຊຸກຍູ້ ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານ ການແຜ່ລະບາດພະຍາດໂຄວິດ-19 ໃນຄັ້ງນີ້ ໃຫ້ກຽດມອບໂດຍທ່ານ ບຸນເສັງ ປະທຳມະວົງ.

About admins16