ໜ່ວຍພັກຄຸ້ມຄອງ-ບໍລິຫານ ຮາກຖານພັກພະແນກ ສຶກສາ ສຳເລັດກອງປະຊຸມໃຫຍ່ ຂອງຕົນ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຄຸ້ມຄອງ-ບໍລິຫານ ທີ່ຂຶ້ນກັບຮາກຖານພັກພະແນກສຶກສາທິການ – ກິລາແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ມິຖຸນາ 2021 ຢູ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມຫວັງ ພົມແສງສຸລິນ ເລຂາໜ່ວຍພັກຄຸ້ມຄອງ-ບໍລິຫານ, ເປັນກຽດເຂົ້າຮ່ວມຂອງສະຫາຍ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີສະມາຊິກພັກ ພາຍໃນໜ່ວຍພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໜ່ວຍພັກຄຸ້ມຄອງ-ບໍລິຫານ ເປັນເສນາທິການໃຫ້ແກ່ຄະນະພັກຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງ ມີບົດບາດໃນການຊີ້ນຳ-ນຳພາ ດ້ານວຽກງານບໍລິຫານຂອງວຽກງານການສຶກສາ ແລະ ກິລາ ໃນທົ່ວແຂວງມີບຸກຄະລາກອນທັງໝົດ 29 ສະຫາຍ, ຍິງ 11 ສະຫາຍ, ມີ 5 ຂະແໜງການ ທີ່ເປັນເສນາທິການ ໃຫ້ແກ່ຄະນະໜ່ວຍພັກ.

ມີສະມາຊີກພັກທັງໝົດ 23 ສະຫາຍ, ຍີງ 10 ສະຫາຍ, ສໍາຮອງ 2 ສະຫາຍ, ຍິງ 2 ສະຫາຍ ແລະ ມະຫາຊົນ 6 ສະຫາຍ, ຍີງ 1 ສະຫາຍ, ສັງລວມບົດສະຫຼູບ ແລະ ແຜນການໄດ້ ທັງໝົດ 48 ບົດ ເປັນເຈົ້າການຈັດກອງປະຊຸມສ່ອງແສງລາຍງານປະຈໍາ ອາທິດ, ເດືອນ, ໄຕມາດ ແລະ ປະຈໍາປີໄດ້ 52 ຄັ້ງ ແລະ ບໍລິການເອກະສານ ຂາເຂົ້າ – ຂາອອກ ແລະ ອັດສໍາເນົາ ໄດ້ຈໍານວນ 15.171 ສະບັບ, ຈັດລາຍການວິທະຍຸກະຈາຍສຽງແຂວງບໍລິຄໍາໄຊ ອາທິດລະ 2 ຄັ້ງ, ສົ່ງພະນັກງານລົງກໍ່ສ້າງຮາກຖານ ການເມືອງ ຈໍານວນ 1 ສະຫາຍ ເປັນເວລາ 1 ປີ, ລົງຕິດຕາມ ຊຸກຍູ້ວຽກງານ 3 ສ້າງ ແລະ ໄດ້ສະຫຼູບຖອດຖອນບົດຮຽນ ປີລະຄັ້ງ, ຈັດຕັ້ງເຜີຍແຜ່ເຊື່ອມຊືມ ບັນດານິຕິກໍາຂອງພັກ-ລັດໃຫ້ພະນັກງານ-ລັດຖະກອນ ໄດ້ຈໍານວນ 8 ຄັ້ງ, ຍ້ອງຍໍ ພະນັກງານ, ຄູ-ອຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ມີຜົນງານດີເດັ່ນ ໃນການພັດທະນາວຽກງານການສຶກສາ ແລະ ກິລາ 17.527 ທ່ານ, ເລື່ອນຊັ້ນ, ຂັ້ນ ໃຫ້ພະນັກງານ ແລະ ຄູສອນ ຈໍານວນ 12.663 ຄົນ ດັດແກ້ຊັ້ນ, ຂັ້ນຈໍານວນ 864 ຄົນ ແລະ ບັນຈຸ ລັດຖະກອນໃໝ່ ຈໍານວນ 326 ຄົນ, ສັບຊ້ອນນັກຮຽນ ໄປຮຽນຕໍ່ວິຊາຊີບ ໃນຂັ້ນຕ່າງໆ ໄດ້ 407 ນອ້ງ ແລະ ສັບຊ້ອນຍົກຍ້າຍ ແລະ ແຕ່ງຕັ້ງລົງດໍາລົງຕໍາແໜ່ງຢູ່ ບັນດາສະຖານການສຶກສາ ແລະ ກິລາ ໄດ້ທັງໝົດ 141 ຄົນ, ສ້າງແຜນພັດທະນາວຽກງານການສຶກສາ ແລະ ກິລາ ປະຈໍາແຕ່ລະປີ ໄດ້ 5 ບົດ ແຜນ 5 ປີ ໄດ້ 1 ບົດ.

ສົມທົບທຶນປະຊາຊົນກໍ່ສ້າງສ້ອມແປງໂຮງຮຽນໄດ້ 43 ແຫ່ງ ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ຈຳນວນ 26 ໂຄງການ ມູນຄ່າ 38.280 ລ້ານກີບ ແລະ ໄດ້ຮັບທືນຈາກ ກອງທຶນໜື່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອ ສັງຄົມ ເພື່ອການກໍ່ສ້າງ-ສ້ອມແປງໂຮງຮຽນ ໄດ້ຈໍານວນ 53 ຫຼັງ, ມູນຄ່າ 5.666 ລ້ານກີບ.

ປະຕິບັດການຈ່າຍເງິນນະໂຍບາຍກອງທຶນຄູແຂວງ ຈໍານວນ 2.030 ລ້ານກີບ ແລະ ເງີນນະໂຍບາຍກອງທຶນຄູແຫ່ງຊາດ ຈໍານວນ 1.125 ລ້ານກີບ, ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ໜ່ວຍງານກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບຂັ້ນເມືອງ ໄດ້ 2 ຄັ້ງ ມີຜູ້ເຂົ້າຮ່ວມ 22 ຄົນ ແລະ ລົງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ບັນດານິຕິກໍາ, ຂໍ້ກໍານົດ, ກົດລະບຽບ, ການປະຕິບັດໜ້າທີ່ຂອງຜູ້ບໍລິຫານການສຶກສາຂັ້ນເມືອງ ໄດ້ 3 ເມືອງ ແລະ ໂຮງຮຽນ ໄດ້ 11 ໂຮງຮຽນ, ແກ້ໄຂຫາງສຽງສັງຄົມໄດ້ 37 ຄັ້ງ, ໃນນັ້ນ ຄຳສະເໜີຈາກປະຊາຊົນຜ່ານກອງປະຊຸມ ປະສານຂ່າວ – ຫາງສຽງສັງຄົມ ໄດ້ 29 ຄັ້ງ ແລະ ຄໍາສະເໜີຈາກປະຊາຊົນຜ່ານທາງໂທລະສັບສາຍດ່ວນ ກະຊວງສຶກສາທີການ ແລະ ກິລາ, ສາຍດ່ວນສະພາແຫ່ງຊາດ ແລະ ສະພາປະຊົນແຂວງ ໄດ້ 8 ຄັ້ງ, ໜ່ວຍພັກສາມາດຮັກສາໄດ້ນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 4 ປີຊ້ອນ.

ກອງປະຊຸມ ໄດ້ມີການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ເຊິ່ງຜ່ານການລົງຄະແນນສຽງ ໄດ້ເປັນເອກະສັນກັນເລືອກສະຫາຍ ສົມຫວັງ ພົມແສງສຸລິນ ເປັນເລຂາໜ່ວຍພັກຄຸ້ມຄອງ-ບໍລິຫານເປັນເລຂາໜ່ວຍພັກ ຊຸດທີ VI, ສະຫາຍ ນາງ ຄໍາເຊີນ ພິມມະນາວ ເປັນຮອງເລຂາ ແລະ ສະຫາຍ ວັນຄໍາ ຈັນທະວົງ ເປັນຜູ້ກວດກາ.

About admins16