ເມືອງປາກຊັນ ສອບເສັງຈົບຊັ້ນປະຖົມສຶກສາ ຊັ້ນ ປ.5

ພິທີສອບເສັງຈົບຊັ້ນປະຖົມສຶກສາ ປ.5 ສາຍສາມັນ ປະຈຳສົກປີ 2020-2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2021 ຢູ່ໂຮງຮຽນປະຖົມສົມບູນໂພນໄຊເໜືອ ເມືອງປາກຊັນ ແຂວງບໍລິຄຳໄຊ ໃຫ້ກຽດເປັນປະທານເປີດຂອງທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ມີຄະນະກຳມະການສອບເສັງ, ຄູອາຈານ, ນັກສອບເສັງ ແລະ ຜູ້ປົກຄອງຂອງບັນດານັກສອບເສັງເຂົ້າຮ່ວມ.

ພາຍໃນເມືອງປາກຊັນ ມີໂຮງຮຽນປະຖົມສົມບູນທັງໝົດ 44 ແຫ່ງ ໃນນັ້ນ ເອກະຊົນ 4 ແຫ່ງ ມີນັກສອບເສັງຈົບຊັ້ນທັງໝົດ 785 ຄົນ ຍິງ 372 ຄົນ ແບ່ງອອກເປັນ 5 ສູນສອບເສັງ ມີ 36 ສອບເສັງ ບັນຈຸຫ້ອງລະ 21-22 ຄົນ ຄື: ສູນສອບເສັງປະຖົມສົມບູນໄຊມຸງຄຸນ ປະກອບມີ 10 ໂຮງຮຽນ: ປະຖົມສົມບູນປາກຊັນໃຕ້, ປາກປຶງ, ໄຊມຸງຄຸນ, ສີວິໄລ, ສວນສະຫວັນ, ສີສະອາດ, ໂພນສະອາດ, ປາກຊັນໃໝ່, ຮຳມິງເບີດ ແລະ ຮຸ່ງອາລຸນ ມີນັກສອບເສັງ 176 ຄົນ ຍິງ 83 ຄົນ ມີ 8 ຫ້ອງສອບເສັງ ບັນຈຸຫ້ອງລະ 22 ຄົນ.

ສູນສອບເສັງປະຖົມສົມບູນໂພນໄຊເໜືອ ປະກອບມີ 9 ໂຮງຮຽນ: ປະຖົມສົມບູນຫາງຊິງ, ບ້ານກ້ວຍ, ແສນອຸດົມ, ໂພນສີ, ຊະນະໄຊ, ໄຊສົມບູນ, ໂພນໄຊເໜືອ, ຫ້ວຍສຽດ ແລະ ແຕ່ງທອງ ມີນັກສອບເສັງ 251 ຄົນ ຍິງ 112 ຄົນ ມີ 12 ຫ້ອງສອບເສັງ ບັນຈຸຫ້ອງ 20 ຄົນ ມີ 1 ຫ້ອງ ບັນຈຸຫ້ອງລະ 21 ມີ 11 ຫ້ອງ.

ສູນສອບເສັງປະຖົມສົມບູນໜອງບົວ ປະກອບມີ 7 ໂຮງຮຽນ: ປະຖົມສົມບູນປັດຊຸມ, ທ່າບໍ່, ສອງຄອນ, ໜອງບົວ, ໜອງແວງ, ນາຫົວພູ ແລະ ໂນນອຸດົມ ມີນັກສອບເສັງ 112 ຄົນ ຍິງ 53 ຄົນ ມີ 5 ຫ້ອງສອບເສັງ ບັນຈຸຫ້ອງລະ 22 ຄົນມີ 3 ຫ້ອງ ບັນຈຸຫ້ອງລະ 23 ມີ 2 ຫ້ອງ.

ສູນສອບເສັງປະຖົມສົມບູນນາເຂົ້າລົ້ມ ປະກອບມີ 5 ໂຮງຮຽນ: ປະຖົມສົມບູນນາຂາມ, ນາອ້ອຍໜູ, ນາເຂົ້າລົ້ມ, ຄຳບອນ ແລະ ນາໄໝ ມີນັກສອບເສັງ 68 ຄົນ ຍິງ 40 ຄົນ, ແບ່ງເປັນ 3 ຫ້ອງສອບເສັງ ບັນຈຸຫ້ອງລະ 22 ຄົນ ມີ 1 ຫ້ອງ ບັນຈຸຫ້ອງ 23 ມີ 2 ຫ້ອງ.

ສູນສອບເສັງປະຖົມສົມບູນໂພນໄຊໃຕ້ ປະກອບມີ 13 ໂຮງຮຽນ: ປະຖົມສົມບູນນາສົ້ມມໍ, ໂພນສະຫວ່າງ, ສິນໄຊ, ທ່ານາ, ຫາຍຊາດຄູນ, ແກ້ງສະດອກ, ໂພນໄຊໃຕ້, ບ້ານໂດນ, ໜອງສາມານ, ທົ່ງຫວ້ານ, ໂພນໂຮມ, ນາມ່ວງ ແລະ ບ້ານບົງ ມີນັກສອບເສັງ 178 ຄົນ ຍິງ 84 ຄົນ ມີ 8 ຫ້ອງສອບເສັງ ບັນຈຸຫ້ອງລະ 22 ມີ 6 ຫ້ອງ ບັນຈຸຫ້ອງລະ 23 ມີ 2 ຫ້ອງ.

ວິຊາສອບເສັງມີ 3 ວິຊາຫຼັກ ຄື: ວິຊາຄະນິດສາດ ແລະ ວິຊາໂລກອ້ອມຕົວ ໃຊ້ເວລາ 90 ນາທີ ສ່ວນວິຊາພາສາລາວ ແບ່ງອອກເປັນ 2 ພາກ ຄືພາກຫັດແຕ່ງ ແລະ ພາກຂຽນທວາຍ+ຄຳຖາມ ໃຊ້ເວລາ 90 ນາທີ ການສອບເສັງ ແມ່ນຈະໄດ້ດຳເນີນແຕ່ວັນທີ 29-30 ມິຖຸນາ 2021 ແລະ ຄາດວ່າວັນທີ 25 ກໍລະກົດ 2021 ຈະໄດ້ປະກາດຜົນຢ່າງເປັນທາງການ.

About admins16