ຊາວໜຸ່ມແຂວງ ຈັດກອງປະຊຸມ ກຳນົດພະນັກງານນຳພາ-ຄຸ້ມຄອງ

ເພື່ອຮັກສາຄຸນນະພາບຂອງສະມາຊິກພັກ, ພະນັກງານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ພຽບພ້ອມດ້ວຍຄຸນສົມບັດ-ສິນທຳປະຕິວັດ ໃນການບໍລິຫານ, ຊີ້ນຳ-ນຳພາວຽກງານໃນຕໍ່ໜ້າ, ໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງມະນີ ໂຄດປັນຍາ  ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຂັ້ນແຂວງ, ພ້ອມດ້ວຍພະນັກງານພາຍໃນຫ້ອງການ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະໄດ້ຜ່ານເອກະສານທີ່ສຳຄັນເພື່ອເຊື່ອມຊຶມ ໃຫ້ສະມາຊິກພັກ, ພະນັກງານ ເຊິ່ງປະກອບມີ: ມະຕິກົມການເມືອງສູນກາງພັກ ເລກທີ 032/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດ ມະຕິກົມການເມືອງສູນກາງພັກ ເລກທີ 032/ກມສພ, ມະຕິກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ, ຜ່ານບົດສະຫລຸບການຈັດຕັ້ງປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງຄະນະບໍລິຫານງານຊາວນຸ່ມແຂວງ ແຕ່ປີ 2018-2020.

ເພື່ອເປັນການສົມທຽບ ແລະ ເປັນບ່ອນອີງໃນການທາບທາມລົງຄະແນນສຽງຄວາມເຊື່ອໝັ້ນຂອງບຸກຄົນ ເຂົ້າໃນຕໍາແໜ່ງຕ່າງໆທີ່ກໍານົດໄວ້, ຄະນະຮັບຜິດຊອບຂັ້ນແຂວງ ໄດ້ຂຶ້ນແນະນໍາວິທີການຈັດຕັ້ງປະຕິບັດ ຕາມວາລະຂັ້ນຕອນຄື: ທາບທາມລົງຄະແນນຮອບທີ I, ຮອບທີ II ແລະ ຮອບທີ III ຕາມລໍາດັບ, ເພື່ອຄັດເລືອກຈັດວາງຜູ້ທີ່ມີຄວາມຮູ້ຄວາມສາມາດ ເຂົ້າໄປບໍລິຫານຕາມໜ້າວຽກທີ່ເໜາະສົມ ກັບຄວາມຮູ້ຄວາມສາມາດຂອງແຕ່ລະສະຫາຍ.

About admin11