ໜ່ວຍພັກຮາກຖານ ອົງການໄອຍະການປະຊາຊົນແຂວງ ເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 6 ເດືອນ ຕົ້ນປີ 2021

ຕອນເຊົ້າ ວັນທີ 22 ມີຖຸນາ 2021 ໜ່ວຍພັກຮາກຖານອົງການໄອຍະການປະຊາຊົນ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 06 ເດືອນ ຕົ້ນປີ 2021 ຢູ່ທີ່ ຫ້ອງປະຊຸມຂອງອົງການໄອຍະການ ປະຊາຊົນ ແຂວງ, ໂດຍການເປັນປະທານຂອງ ສະຫາຍ ທອງໃບ ພຽນວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີຄະນະພັກອົງການໄອຍະການປະຊາຊົນ, ພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງ ແລະ ມະຫາຊົນກ້າວໜ້າ ເຂົ້າຮ່ວມ.

ສະຫາຍ ທອງໃບ ພຽນວົງ ໄດ້ກ່າວວ່າ: ບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ເພາະເປັນການສ່ອງແສງເຖິງການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ເຂົ້າໃນທຸກຂົງເຂດວຽກງານຂອງພັກ-ລັດ ທັງເປັນການເສີມຂະຫຍາຍລະບອບປະຊາທິປະໄຕພາຍໃນພັກໃຫ້ກວ້າງຂວາງຂື້ນ, ເປັນການກະຕຸກຊຸກຍູ້ ການເຄື່ອນໄຫວວຽກງານວິຊາສະເພາະຂອງບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໜ, ຮູ້ຈັກຊີ້ນໍາ-ນໍາພາ, ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ ແລະ ມີຜົນສໍາເລັດ.

ພ້ອມດຽວກັນນັ້ນ ສະຫາຍກໍ່ໄດ້ໃຫ້ກຽດ ເຜີຍແຜ່ເຊື່ອມຊືມເອກະສານທີ່ສຳຄັນປະກອບມີ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີມາດຕະການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄຈສພ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເອກະສານຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ພາຍຫຼັງເປີດບັ້ນດໍາເນີນຊີວິດການເມືອງທົ່ວຄະນະໜ່ວຍພັກຮາກຖານແລ້ວ ບັນດາສະຫາຍຄະນະພັກ, ສະມາຊິກພັກ ຈະໄດ້ພ້ອມກັນຂຽນໃບສຳຫຼວດຕົນເອງ, ຜ່ານໃບສໍາຫຼວດກວດກາຕີລາຄາຕົນເອງ ແລະ ຕໍານິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກ ໂດຍອີງໃສ່ 05 ເນື້ອໃນຂອງພັກວາງອອກ. ກອງປະຊຸມດັ່ງກ່າວຈະໄດ້ດຳໄປເປັນເວລາ 03 ວັນຈື່ງສໍາເລັດ.

 

About admin11