ເຈົ້າເມືອງວຽງທອງ ລົງຕິດຕາມຊຸກຍູ້ ການສ້ອມແປງຊົນລະປະທານ ຢູ່ບ້ານທອງມີໄຊ

ໃນວັນທີ 9 ມີຖຸນາ 2021 ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ ໄດ້ລົງຊຸກຍູ້ຕິດຕາມເບີ່ງການສ້ອມແປງຄືນ ຊົນລະປະທານນໍ້າຊັ່ງ ຂອງປະຊາຊົນບ້ານທອງມີໄຊ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ທີ່ເປ່ເພໃນປີຜ່ານມາ.

ໃນການສ້ອມແປງຄັ້ງນີ້ ແມ່ນສ້ອມແປງຄືນຫົວງານ ທີ່ຖືກເປ່ເພໃຊ້ການບໍ່ໄດ້ ໃຫ້ກັບຄືນມາໃຊ້ໄດ້ເປັນປົກກະຕິ, ການສ້ອມແປງມີຄວາມຍາວ 10 ແມັດ, ກ້ວາງ 2 ແມັດ, ສູງ 2 ແມັດ, ການສ້ອມແປງ ແມ່ນເຮັດແບບລັກສະນະຝາຍກວຍຫີນ ຄື: ນໍາເອົາໄມ້ແກ່ນມາເຮັດເປັນເສົາຄໍ້າ, ເອົາຕາໜ່າງເຫຼັກມາສານເປັນກວຍ ແລ້ວເກັບຫີນມາຄັບໃສ່ເພື່ອຕັນໃຫ້ນໍ້າໄຫຼເຂົ້າຮັບໃຊ້ການຜະລິດນາປີ, ເມື່ອສ້ອມແປງສໍາເລັດແລ້ວ ຈະສາມາດນໍານໍ້າເຂົ້າຫົດເນື້ອທີ່ນາປີໄດ້ປະມານ 20 ກ່ວາເຮັກຕາ.

ການລົງມືສ້ອມແປງຄັ້ງນີ້ ມີແຮງງານຈາກປະຊາຊົນບ້ານທອງມີໄຊ, ກອງຮ້ອຍທະຫານຊາຍແດນ 251, ພະນັກງານກອງກໍ່ສ້າງຮາກຖານ 921, ພະນັກງານບໍລິສັດພັດທະນາເຂດພູດອຍ ແລະ ບໍລິສັດແກ້ວອຸດອນ ເຂົ້າຮ່ວມ.

About admin11