ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ຮຽກຮ້ອງໃຫ້ສັງຄົມ ຮ່ວມແຮງຮ່ວມໃຈຟື້ນຟູລະບົບນິເວດ

ໃນວັນທີ 4 ມິຖຸນາ 2021 ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ໃຫ້ສຳພາດວ່າ: ໃນປີນີ້ ກໍ່ຄືທຸກໆປີຜ່ານມາທີ່ ສປປ ລາວ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໄປພ້ອມໆກັບປະຊາຄົມໃນທົ່ວໂລກ ເຊິ່ງປີນີ້ ຄົບຮອບ 49 ປີ ໂດຍພາຍໃຕ້ຄຳຂວັນ “ຮ່ວມແຮງຮ່ວມໃຈຟື້ນຟູລະບົບນິເວດ” ( ECOSYSTEM RESTORATION ).

ຄືດັ່ງເຮົາຮູ້ນຳກັນແລ້ວວ່າ ບັນຫາສິ່ງແວດລ້ອມໃນປະຈຸບັນນັບມື້ເພີ່ມຂຶ້ນ ຍ້ອນນ້ຳມືຂອງມະນຸດພວກເຮົາທີ່ມີການຂຸດຄົ້ນ, ນຳໃຊ້ຊັບພະຍາກອນທໍາມະຊາດແບບຟູມເຟືອຍ, ມີການທຳລາຍປ່າໄມ້ ກໍ່ຄືທຳລາຍລະບົບນິເວດບ່ອນຢູ່ອາໄສຂອງສິ່ງມີຊີວິດ, ການປ່ອຍສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳ, ການນຳໃຊ້ສານເຄມີເຂົ້າໃນກະສິກຳ ແລະ ອື່ນໆ ທັງໝົດນີ້ ເປັນສາເຫດເຮັດໃຫ້ເກີດສະພາວະໂລກຮ້ອນ, ການຂາດເຂີນສະບຽບອາຫານ, ສະພາບແວດລ້ອມເປັນຕົ້ນ ນ້ຳ, ດິນ, ອາກາດ ມີມົນລະພິດ.

ຕໍ່ບັນຫາດັ່ງກ່າວ ໃນເວທີສາກົນ ປະຊາຊາດໃນທົ່ວໂລກ ກໍ່ບໍ່ໄດ້ລົດລະຄວາມພະຍາຍາມ ໃນການຮ່ວມມືກັນຢ່າງຈິງຈັງ ໃນການວາງນະໂຍບາຍ, ຍຸດທະສາດ ລະດັບໂລກ ແລະ ມາດຕະການຕ່າງໆ ເພື່ອຊອກຫາວິທີແກ້ໄຂສິ່ງແວດລ້ອມ, ສະເພາະ ສປປ ລາວ ພັກ-ລັດຖະບານ ຍາມໃດກໍ່ໄດ້ປະຕິບັດນະໂຍບາຍອັນສະເໝີຕົ້ນສະເໝີປາຍ ໃນການພັດທະນາເສດຖະກິດ-ສັງຄົມ ດ້ວຍຈັງຫວະເຕີບໂຕອັນແຂງແຮງຕໍ່ເນື່ອງ.

ສຳລັບແຂວງບໍລິຄຳໄຊ ກໍ່ໄດ້ເປັນເຈົ້າການກະກຽມສ້າງຂະບວນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ກໍ່ຄືວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ພາຍໃຕ້ຫົວຂໍ້ທີ່ຕິດພັນກັບ ການຟື້ນຟູລະບົບນິເວດ ໂດຍສຸມໃສ່ການອະນຸລັກຊີວະນາໆພັນ ໃນປີນີ້ ຈະບໍ່ໄດ້ຈັດພິທີສະເຫຼີມສະຫຼອງ ເນື່ອງຈາກການລະບາດຂອງພະຍາດໂຄວິດ 19 ແຕ່ພະແນກ ຊສ ແຂວງ ຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ກະກຽມບັນດາກິດຈະກຳ ໂຄສະນາສ້າງຈິດສຳນຶກເຜີຍແຜ່ຂໍ້ມູນຂ່າວສານ, ສົ່ງເສີມໃຫ້ມວນຊົນ ແລະ ແຕ່ລະຄອບຄົວຮູ້ຈັກໃນການປົກປັກຮັກສາສິ່ງແວດລ້ອມ ໂດຍຜ່ານສື່ຕ່າງໆ ເຊັ່ນ: ທາງວິທະຍຸ-ໂທລະພາບ, ໜັງສືພິມ, ເວັບໄຊ ແລະ ສື່ສັງຄົມອອນລາຍ ເປັນປົກກະຕິ ເຮັດໃຫ້ສັງຄົມຄ່ອຍໆເຂົ້າໃຈຕໍ່ວຽກງານສິ່ງແວດລ້ອມເທື່ອລະກ້າວ.

ຕອນທ້າຍ ທ່ານຫົວໜ້າພະແນກ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນສ້າງສາຍສຳພັນ ລະຫວ່າງມະນຸດ ກັບທຳມະຊາດ, ຮ່ວມກັນປົກປັກຮັກສາ, ໃຫ້ຄວາມສຳຄັນ ແລະ ຮູ້ຄຸນຄ່າຂອງທຳມະຊາດ, ສ້າງຄວາມເຂົ້າໃຈ ແລະ ຊ່ວຍກັນປົກປ້ອງຄວາມສົມບູນ ຂອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເພື່ອຫຼຸດຜ່ອນຜົນກະທົບ ຈາກບັນຫາສິ່ງແວດລ້ອມຮ່ວມກັນໃນທົ່ວໂລກ.

About admins16