ກອງປະຊຸມໃຫຍ່ ຄັ້ງທີ III ຊາວໜຸ່ມຮາກຖານສະພາປະຊາຊົນແຂວງ

ໃນວັນທີ 10 ມິຖຸນາ 2021 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມໃຫຍ່ຊາວໜຸ່ມຂອງຕົນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ທິລະພົງ ຈັນຕາ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຊາວໜຸ່ມຮາກຖານ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ,  ສະຫາຍ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະມາຊິກຊາວໜຸ່ມພາຍໃນຮາກຖານ, ແຂກຖືກເຊີນ ແລະ ສ່ຽວຊາວໜຸ່ມ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງບົດລາຍງານການນຳພາ ໃນໄລຍະ 5 ປີ ຜ່ານມາ ເຊິ່ງໄດ້ຕີລາຄາຄືນດ້ານດີ ຜົນງານທີ່ຈັດຕັ້ງປະຕິບັດໄດ້, ຈຸດອ່ອນ, ຂໍ້ຄົງຄ້າງ, ແລະ ບາງບົດຮຽນທີ່ຕ້ອງໄດ້ພ້ອມກັນແກ້ໄຂ ໃນສະເພາະນ້າ, ກອງປະຊຸມ ໄດ້ເປັນເອກະພາບສູງຮັບຮອງເອົາບົດສະຫຼຸບ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ແຕ່ນີ້ຮອດປີ 2025, ປັດຈຸບັນ ຊາວໜຸ່ມຮາກຖານສະພາປະຊາຊົນແຂວງ ປະກອບມີ 2 ໜ່ວຍຂຶ້ນກັບ, ມີສະມາຊິກ 36 ສະຫາຍ, ຍິງ 20 ສະຫາຍ.

ໃນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຊຸດໃໝ່ ເພື່ອສືບຕໍ່ ນຳພາ-ຊີ້ນຳ ວຽກງານຊາວໜຸ່ມໃນຕໍ່ໜ້າ, ຜ່ານການປ່ອນບັດຄັດເລືອກ ແລະ ກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກະສັນຮັບຮອງເອົາ ສະຫາຍ ທິລະພົງ ຈັນຕາ ເປັນເລຂາ, ສະຫາຍ ແກ້ວອຸດອນ ເມືອງວົງ ເປັນຮອງເລຂາ ແລະ ສະຫາຍ ນາງ ໄອ່ຄຳ ສຸມີໄຊ ເປັນຄະນະທັງເປັນຜູ້ກວດກາ.

ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍຄວາມສຳຄັນ ສະຫາຍ ທອງມະນີ  ໂຄດປັນຍາ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ເນັ້ນໜັກ ໃຫ້ຄະນະຊຸດໃໝ່ ຈົ່ງພ້ອມກັນປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ໃຫ້ລ້ອນໜ້າທີ່ຕາມການມອບໝາຍ, ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມຂອງຕົນຢ່າງເປັນປົກກະຕິ, ສືບຕໍ່ປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກຢ່າງລວມສູນປະຊາທິປະໄຕ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫານຊົນ, ເພີ່ມທະວີຄວາມສາມັກຄີທັງພາຍໃນ ແລະ ພາຍນອກ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

About admins14