ເມືອງໄຊຈຳພອນ ຈັດປະຊຸມ ປຶກສາຫາລື ການຈັດສັນຜັງເມືອງໃໝ່

ຕອນເຊົ້າຂອງວັນທີ 14 ມິຖຸນາ 2021 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ໄດ້ເປີດກອງປະຊຸມປຶກສາຫາລື ຮ່ວມກັນລະຫວ່າງຄະນະກຳມະການຈັດສັນຜັງເມືອງໃໝ່ ໂດຍການເປັນປະທານຂອງ ທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສສຂ, ຄະນະຫ້ອງການ ພ້ອມດ້ວຍອຳນາດການປົກຄອງບ້ານນ້ຳອ້ອນ ແລະ ບ້ານວັງບານ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ຂັນພູ ອິນທະວົງສາ ຮອງຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມເມືອງ ທັງເປັນຄະນະກອງເລຂາຈັດສັນຜັງເມືອງ ຂື້ນຜ່ານນິຕິກຳລຸ່ມກົດໝາຍຂັ້ນເມືອງ 2 ສະບັບ ເພື່ອຮັບໃຊ້ວຽກງານຈັດສັນຜັງເມືອງ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊຈຳພອນ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຈັດສັນທີ່ດິນ ແລະ ແກ້ໄຂຂໍ້ຂັດແຍ່ງ

ທ່ານປະທານ ໄດ້ຜ່ານຄຳສັ່ງຂອງທ່ານເຈົ້າເມືອງໄຊຈຳພອນ ວ່າດ້ວຍການຄຸ້ມຄອງນຳໃຊ້ທີ່ດິນ ພາຍໃນເມືອງ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍລະບຽບການຈັດສັນຜັງເມືອງໃໝ່ ບ້ານນ້ຳອ້ອນ ແລະ ບ້ານວັງບານ, ທ່ານຍັງໃຫ້ຮູ້ເຖີງສິດ, ໜ້າທີ່ ແລະ ພາລະບົດບາດຂອງຄະນະຈັດສັນຜັງເມືອງ ໃຫ້ພະນັກງານລົງໄປເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງ ເພື່ອໃຫ້ປະຊາຊົນທຸກຄອບຄົວເຂົ້າໃຈ ເປັນຕົ້ນກໍ່ແມ່ນດິນສຳນັກງານຫ້ອງການຂອງລັດ, ເສັ້ນທາງຊອຍ ແລະ ຮ່ວມກັບອົງການປົກຄອງບ້ານ ຕະຫຼອດຮອດຜູ້ຄອບຄອງທີ່ດິນ ຢູ່ໃນເຂດດິນຫ້ອງການສຳນັກງານ ລົງສຳຫຼວດປັກຫຼັກໝາຍຮ່ວມກັນ ເພື່ອກຳນົດດິນລັດ ການຈັດສັນຜັງເມືອງໃຫ້ໄປຕາມແຜນຜັງ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແບບກຳນົດໄວ້.

About admin11