4 ເມືອງ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນ ທີ 1 ມິຖຸນາ

ເນຶ່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ( 1 ມິຖຸນາ ຂອງທຸກໆປີ ) ໄດ້ຫມູນວຽນມາຄົບຮອບອີກວາລະຫນຶ່ງ, ໃນຕອນເຊົ້າ ວັນທີ 1 ມິຖຸນາ 2021 ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປູກຕົ້ນໄມ້ຂື້ນ ຢູ່ທີ່ໂຮງຮຽນປະຖົມສົມບູນ ໂພນງາມ ພາຍໃຕ້ຄຳຂັວນທີ່ວ່າ: “ ປູກຕົ້ນໄມ້ໃນວັນນີ້ ຈະມີຊີວິດທີ່ດີໃນວັນຫນ້າ ປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອພັດທະນາປະເທດຊາດ ຈົ່ງຊ່ວຍກັນປູກຕົ້ນໄມ້ ແລະ ຟື້ນຟູປ່າໄມ້ໃຫ້ມີຄວາມອຸດົມສົມບູນ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນມົນລະພິດທາງອາກາດ”, ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີຫົວຫນ້າຫ້ອງການອ້ອມຂ້າງເມືອງ, ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ໃນພິທີ ຍັງໄດ້ມອບເບ້ຍໄມ້ໃຫ້ ໂຮງຮຽນ ມໍຕົ້ນໂພນສີ, ມສ ວຽງຄຳ ແລະ ມສ ປາກກະດິງ ເພື່ອນຳໄປປູກໃສ່ພາຍໃນເຂດຂອງໂຮງຮຽນ ໃຫ້ກາຍເປັນໂຮງຮຽນສີຂຽວ, ເຊີ່ງເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ມີ 200 ກ່ວາເບ້ຍ: ໄມ້ແຕ້, ໄມ້ຍາງ, ໄມ້ເກດສະໜາ, ໄມ້ຕີ້ວ, ນອກນີ້ ຍັງມີເບ້ຍໄມ້ປະດັບ ແລະ ໄມ້ກິນໝາກອີກຈຳນວນໜຶ່ງ ເຊີ່ງການຈັດພິທີປູກຕົ້ນໄມ້ໃນຄັ້ງນີ້ກໍ່ເພື່ອປູກຈິດສຳນຶກໃຫ້ຄົນເຮົາຫັນມາປູກໄມ້ໃຫ້ເປັນປ່າ, ປົກປັກຮັກສາປ່າໄມ້ໃຫ້ຢູ່ຄູ່ກັບຄົນເຮົາຕະຫຼອດໄປ.

ໃນວັນດຽວກັນ ເມືອງວຽງທອງ ແຂວງບໍລິຄໍາໄຊ ກໍ່ໄດ້ຈັດພິທີປູກຕົ້ນໄມ້ທົດແທນປ່າໄມ້ທີ່ສູນເສຍໄປໃຫ້ເປັນປ່າໄມ້ທີ່ສວຍສົດງົດງາມ ພິທີໄດ້ຈັດຂື້ນທີ່ ຫ້ອງການບ້ານນໍ້າຢ້າງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ ມີບັນດາຄະນະເຈົ້າເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານລັດຖະກອນ, ອໍານາດການປົກຄອງບ້ານພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນວັນທີ 1 ມີຖຸນາ 2021 ນີ້ ຢູ່ທີ່ໂຮງຮຽນ ມໍສໍ ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄໍຊ ກໍ່ໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ-ເຈົ້າເມືອງຄຳເກີດ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການ, ພາກສ່ວນກ່ຽວຂ້ອງ ຕະຫຼອດຮອດ ຄູ, ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

          ໃນຕອນເຊົ້າວັນທີ 1 ມີຖຸນາ 2021 ຢູ່ເດີ່ນສໍານັກງານປົກຄອງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ມີຂະບວນການປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມພິທີປູກໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ມີບັນດາທ່ານຄະນະປະຈໍາພັກເມືອງ, ພະແນກການທີ່ກ່ຽວຂ້ອງຈາກແຂວງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ, ພະນັກງານອ້ອມຂ້າງ ແລະ ນັກທຸລະກິດ ພາຍໃນເມືອງ ເຂົ້າຮ່ວມ.

About admin11