ໜ່ວຍພັກ ມ. ສ 3 ແຫ່ງ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກໂຮງຮຽນ ມ.ສ ສີທ່ານາໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວິໂລດ ເລືອງຕະກຸນ ເລຂາໜ່ວຍພັກໂຮງຮຽນ ມ. ສ ສີທ່ານາໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີສະມາຊິກພັກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ສະຫາຍ ວິໂລດ ເລືອງຕະກຸນ ໄດ້ຂຶ້ນບົດລາຍການເມືອງ ວ່າ: ໜ່ວຍພັກໂຮງຮຽນ ມ.ສ ສີທ່ານາໄຊ ເປັນໜ່ວຍພັກໜຶ່ງ ທີ່ເຄື່ອນໄຫວວຽກງານຕາມພາລະບົດບາດ ຮັບໃຊ້ໜ້າທີ່ການເມືອງຂອງພັກ ໂດຍການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ໃຫ້ກາຍເປັນວຽກງານທີ່ນຳມາປະຕິບັດຕົວຈິງໃນຂົງເຂດຮັບຜິດຊອບ ພາຍໃຕ້ການຊີ້ນຳ-ນຳພາຂອງຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງ.

ປະຈຸບັນ ມີສະມາຊິກພັກ 28 ສະຫາຍ, ຍິງ 15 ສະຫາຍ ເຊິ່ງກວມເອົາຈຳນວນສະມາຊິກພັກ-ພະນັກງານລັດຖະກອນໃນໜ່ວຍ 63,64%. ໃນໄລຍະ 5 ປີ ຜ່ານມາ ສາມາດຈັດຕັ້ງປະຕິບັດການສອບເສັງເລຶ່ອນຊັ້ນ ແລະ ຈົບຊັ້ນ ບັນລຸຕາມເປົ້າໝາຍ ຄື: ຊັ້ນ ມ.1 ປະຕິບັດໄດ້ 97 %, ຊັ້ນ ມ.2 ປະຕິບັດໄດ້ 98 %, ຊັ້ນ ມ.3 ປະຕິບັດໄດ້ 98 %, ຊັ້ນ ມ.4 ປະຕິບັດໄດ້ 100 %, ຊັ້ນ ມ.5 ປະຕິບັດໄດ້ 97 %, ຊັ້ນ ມ.6 ປະຕິບັດໄດ້ 97 % ແລະ ຊັ້ນ ມ.7 ປະຕິບັດໄດ້ 100 %.

ນອກນັ້ນ ຍັງໄດ້ນໍາພາ ສ້າງນ້ອງນັກຮຽນທິ່ຈົບຊັ້ນ ມ.4 ແລະ ມ.7 ໄດ້ຈໍານວນ 1,322 ຄົນຍິງ 704 ຄົນ ແລະ ນໍາພາພະນັກງານຄູ-ອາຈານເຂົ້າອົງການຈັດຕັ້ງຊາວໜຸ່ມ ໄດ້ຈໍານວນ 31 ຄົນ ຍິງ 20 ຄົນ, ກໍາມະບານ 49 ຄົນ ຍິງ 29 ຄົນ, ແມ່ຍິງ 29 ຄົນ ແລະ ນັກຮຽນເຂົ້າເປັນສະມາຊິກຊາວໜຸ່ມ 353 ຄົນ, ຍິງ 189 ຄົນ, ສະມາຊິກເຍົາວະຊົນທັນວາ 360 ຄົນ ຍິງ 170 ຄົນ, ສະມາຊິກແມ່ຍິງ 181 ຄົນ. ສຶກສາອົບຮົມສະມາຊິກພັກ, ມະຫາຊົນ ເພື່ອໃຫ້ເຂົາເຈົ້າມີຄວາມບຸກບືນຫ້າວຫັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີຖືກມອບໝາຍດ້ວຍຄວາມຮັບຜິດຊອບສູງ.

ຈາກນັ້ນ ກອງປະຊຸມ ໄດ້ມີການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ເຊິ່ງຜ່ານການລົງຄະແນນສຽງ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ວິໂລດ ເລືອງຕະກຸນ ເປັນເລຂາໜ່ວຍພັກຮາກຖານ ຊຸດທີ VI, ສະຫາຍ ຄໍາພັນ ລາດຊະຈັກ ເປັນຮອງເລຂາ ແລະ ສະຫາຍ ຊາຍພອນ ຊະນະໄຊ ເປັນຄະນະ ທັງເປັນຜູ້ກວດກາ.

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກໂຮງຮຽນ ມ.ສ ປາກງຽບ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງສະຫາຍ ນິພົນ ອ່ອນສຸລະທຸມ ເລຂາໜ່ວຍພັກໂຮງຮຽນ ມ. ສ ປາກງຽບ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

 

ກອງປະຊຸມ ໄດ້ມີການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ເຊິ່ງຜ່ານການລົງຄະແນນສຽງ ໄດ້ເປັນເອກະສັນກັນເລືອກສະຫາຍ ນິພົນ ອ່ອນສຸລະທຸມ ເປັນເລຂາໜ່ວຍພັກຮາກຖານ ຊຸດທີ VI, ສະຫາຍ ພິດສະໄໝ ແພງພົມກອນ ເປັນຮອງເລຂາ ແລະ ສະຫາຍ ນາງ ຈັນທະຈອນ ວົງນະລາດ ເປັນຄະນະ ທັງເປັນຜູ້ກວດກາ.

ໃນຕອນບ່າຍຂອງວັນດຽວກັນ ໜ່ວຍພັກໂຮງຮຽນ ມ.ປາຍ ປາກຊັນ ກໍ່ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VI ຂຶ້ນ ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຈັນທອນ ແສງຈັນເພັງ ເລຂາໜ່ວຍພັກໂຮງຮຽນ ມ.ປາຍ ປາກຊັນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ນາງ ຄໍາຮັກ ໄລວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີສະມາຊິກພັກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ມີການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ເຊິ່ງຜ່ານການລົງຄະແນນສຽງ ໄດ້ເປັນເອກະສັນກັນເລືອກສະຫາຍ ຈັນທອນ ແສງຈັນເພັງ ເປັນເລຂາໜ່ວຍພັກຮາກຖານ ຊຸດທີ VI, ສະຫາຍ ນາງ ຫຼຽນທອງ ສິງຫາດວງປັນຍາ ເປັນຮອງເລຂາ ແລະ ສະຫາຍ ນາງ ຄໍາຜັນ ພັນນຸລາດ ເປັນຄະນະ ທັງເປັນຜູ້ກວດກາ.

About admins16