ພະແນກການເງິນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກການເງິນແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ, ທ່ານ ບຸນລ້ຽງ ດວງສະເພົາທອງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຄະນະຈັດຕັ້ງແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກໃນໄລຍະຜ່ານມາ ພະແນກການເງິນແຂວງໄດ້ປະສານສົມທົບກັບຄະນະຮັບຜິດຊອບຂັ້ນແຂວງ ພ້ອມກັນຈັດຕັ້ງປະຕິບັດຕາມບາດກ້າວ, ຂັ້ນຕອນ ແລະ ໄດ້ຮັບຮອງເອົາແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຕຳແໜ່ງຂັ້ນແຂວງຄຸ້ມຄອງ ຂອງພະແນກການເງິນ ຄື: ຕຳແໜ່ງຫົວໜ້າຂະແໜງ ບັນລຸ 2 ສະຫາຍ ແລະ ຮອງຫົວໜ້າຂະແໜງ ບັນລຸ 1 ສະຫາຍ ກອງວິຊາການ ແມ່ນຍັງຄົງທີ່, ການບຳລຸງ-ກໍ່ສ້າງ ຈົບທິດສະດີຊັ້ນກາງ ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ 2 ສະຫາຍ ແລະ ລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ 2 ສະຫາຍ.

ນອກນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ມະຕິກົມການເມືອງສູນກາງພັກ ເລກທີ່ 032/ກມສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ່ 292/ຄຈສພ ລົງວັນທີ່ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິ ເລກທີ່ 032/ກມສພ, ມະຕິກົມການເມືອງສູນກາງພັກ ເລກທີ່ 030/ກວສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ແລະ ດຳລັດ ເລກທີ 461/ລບ, ລົງວັນທີ 9 ຕຸລາ 2012 ວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານ ຂອງລັດຖະກອນແຫ່ງ ສປປ ລາວ.

ທັງນີ້ກໍ່ເພື່ອເປັນການຄາດຄະເນເປົ້າໝາຍ ພະນັກງານທີ່ຈະຈັດວາງເຂົ້າໃນຕໍາແໜ່ງງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ພາຍໃນພະແນກ ແນໃສ່ຮັບປະກັນລັກສະນະສືບທອດ ປ່ຽນແທນໃນຕໍ່ໜ້າ ເພື່ອເປັນການເລືອກເຟັ້ນພະນັກງານ ທີ່ມີຄວາມຮູ້-ຄວາມສາມາດ ມີຄຸນນະພາບ ບັນຈຸເຂົ້າໃນຕໍາແໜ່ງງານນໍາພາ-ຄຸ້ມຄອງແຕ່ລະຂະແໜງ ໃຫ້ສອດຄອ່ງກັບວຽກງານ ໃນການສ້າງແຜນບໍາລຸງກໍ່ສ້າງພະນັກງານ ແລະ ຊັບຊ້ອນເຂົ້າໃນຕາມໂຄງປະກອບຢ່າງເໝາະສົມ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ ຄົ້ນຄວ້າເປົ້າໝາຍເຂົ້າໃນແຜນກໍານົດພະນັກງານເປັນໝູ່ຄະນະ ແລະ ຕົກລົງຕາມສຽງສ່ວນຫຼາຍ ຮັບປະກັນຄວາມຖືກຕ້ອງໂປ່ງໃສ ພາວະວິໃສ ຮອບດ້ານ ຍຸຕິທໍາ.

About admins16